ຂ່າວຕ່າງປະເທດລາຍງານໃນວັນທີ 12 ກຸມພາ ນີ້ວ່າ: ເຮືອບິນໂດຍສານຂອງສາຍການບິນລັດເຊຍ ຕົກໃກ້ນະ ຄອນຫຼວງມົດສະກູ ມີຜູ້ໂດຍສານ ແລະ ຈຸບິນເສຍຊີວິດທັງໝົດ 71 ຄົນ. ຫຼ້າສຸດ, ມີການເຜີຍແຜ່ພາບກ້ອງວົງ ຈອນປິດວິນາທີທີ່ເຮືອບິນລຳດັ່ງກ່າວເກີດອຸບັດຕິເຫດ.

ສຳນັກຂ່າວຕ່າງປະເທດເຜີຍເແຜ່ ພາບຈາກກ້ອງວົງຈອນປິດ ສະແດງໃຫ້ເຫັນໄລຍະເວລາທີ່ເຮືອບິນໂດຍສານ AN-148  ຂອງສາຍການບິນຊາຣາຕອບ ແອລາຍ ຂອງປະເທດລັດເຊຍ ຕົກລົງກາງທົ່ງຫຍ້າ, ເຊິ່ງປົກຄຸມໄປ ດ້ວຍຫິມະໃກ້ນະຄອນຫຼວງມົດສະກູ ສົ່ງຜົນໃຫ້ຜູ້ໂດຍສານ ແລະ ຈຸບິນ 71 ຄົນ ເສຍຊີ ວິດທັງໝົດ.

ສັນຍານຂາດຫາຍຫຼັງຈາກບິນຂຶ້ນຈາກສະໜາມບິນໂດໂມເດໂດໂວ ໃນນະຄອນຫຼວງມົດສະກູ ເພື່ອເດີນທາງໄປ ເມືອງອອດ ທີ່ຢູ່ຕິດກັບຊາຍແດນກາຊັກສະຖານ ໃນເວລາ 14:27 ໂມງຂອງ ວັນທີ 11 ກຸມພານີ້ (ຕາມເວລາທ້ອງ ຖິ່ນ), ກ່ອນຈະພົບວ່າເຮືອບິນຕົກໃກ້ກັບບ້ານອາກູດໂນໂວ, ເຊິ່ງຫ່າງຈາກນະຄອນຫຼວງມົດສະກູ ໄປທາງພາກຕາ ເວັນອອກສຽງເໜືອປະມານ 50 ກິໂລແມັດ ໂດຍຜູ້ເຫັນເຫດການກ່າວວ່າ:  ເຮືອບິນລຳດັ່ງກ່າວໄດ້ເກີດລະເບີດຢູ່ ກາງອາກາດ.

ຂະນະທີ່ພາບຈາກກ້ອງວົງຈອນປິດຂອງອາຄານແຫ່ງໜຶ່ງ ສະແດງໃຫ້ເຫັນທົ່ງຫຍ້າກວ້າງທີ່ປົກຄຸມໄປດ້ວຍຫິມະ ກ່ອນທີ່ຈະເກີດການລະເບີດຂຶ້ນໃນເວລາປະມານ 14:27 ໂມງ. ແຕ່ຍັງບໍ່ທັນຮູ້ຊັດເຈນວ່າການລະເບີດນັ້ນ ເກີດ ຈາກລຳເຮືອບິນກະທົບໃສ່ກັບພື້ນດິນ ຫຼື ເປັນພຽງແຕ່ເສດຊິ້ນສ່ວນຂອງເຮືອບິນ. ແນວໃດກໍຕາມ, ຄລິບດັ່ງກ່າວ ນີ້ໄດ້ເປັນ ຂໍ້ມູນສຳຄັນທີ່ຜູ້ຊ່ຽວຊານຕ້ອງການສືບສວນຫາສາເຫດ ເພື່ອອະທິບາຍວ່າເກີດຫຍັງຂຶ້ນກັບເຮືອບິນ AN-148.