ຂ່າວຕ່າງປະເທດລາຍງານໃນວັນທີ 11 ກຸມພາ ທີ່ຜ່ານມານີ້ວ່າ: ເກີດອຸບັດຕິເຫດລົດເມ 2 ຊັ້ນທີ່ບັນທຸກຜູ້ຊົມ ແລະ ເຈົ້າໜ້າທີ່ສະໜາມແຂ່ງມ້າເຕັມຄັນລົດ ພິກຂວໍ້າ, ຫຼັງຈາກແລ່ນມາດ້ວຍຄວາມໄວສູງໃນເຂດ (New Territories) ເຂດປົກຄອງຕົນເອງຮົງກົງ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກເກືອບ 50 ຄົນ.

ເຈົ້າໜ້າທີ່ສຸກເສີນໄດ້ໄປສະຖານທີ່ເກີດເຫດຢ່າງຮີບດ່ວນ ພົບຜູ້ໄດ້ຮັບບາດເຈັບຫຼາຍຄົນນອນຢູ່ກັບພື້ນ ແລະ ມີບາງຄົນກຳລັງປີນອອກຈາກລົດເມທີ່ນອນຂວໍ້າ, ສ່ວນຜູ້ບາດເຈັບບາງຄົນ ເຈົ້າໜ້າທີ່ຕ້ອງໃຊ້ອຸປະກອນຕັດເຫຼັກຊ່ວຍເຫຼືອອອກມາ.

ເຈົ້າໜ້າທີ່ກ່າວວ່າ: ຕາມປົກກະຕິແລ້ວການຂົນສົ່ງສາທາລະນະໃນຮົງກົງ ມີມາດຕະຖານຄວາມປອດໄພສູງ ແລະ ກໍຈະບໍ່ມີອຸບັດຕິເຫດເກີດຂຶ້ນ. ອຸບັດຕິເຫດດັ່ງກ່າວເກີດຂຶ້ນໃນຕອນຄໍ່າຂອງວັນທີ 10 ກຸມພາ ຜ່ານມາ, ເຊິ່ງເຈົ້າໜ້າທີ່ໄດ້ສືບສວນ-ສອບສວນຄົນຂັບລົດເມ ແລະ ພົບວ່າ ຜູ້ກ່ຽວມີປະຫວັດການຂັບລົດທີ່ດີມາຕະຫຼອດ ແລະ ຮູ້ເສັ້ນທາງເປັນຢ່າງດີ.

ເຈົ້າໜ້າທີ່ໄດ້ປະຖົມພະຍາບານເບື້ອງຕົ້ນໃຫ້ຜູ້ບາດເຈັບ ແລະ ນຳຄົນເຈັບສົ່ງໄປປິ່ນປົວຢູ່ໂຮງໝໍໃກ້ຄຽງຢ່າງຮີບດ່ວນແລ້ວ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ສືບສວນຫາສາເຫດຂອງການເກີດອຸບັດຕິເຫດຄັ້ງນີ້ແລ້ວ, ເຊິ່ງຄາດວ່າຈະຮູ້ລາຍລະອຽດໃນໄວໆນີ້.