ສະຖານີໂທລະພາບຂອງຈີນ ໄດ້ເຜີຍແພ່ພາບຈາກກ້ອງໜ້າລົດຄັນໜຶ່ງ, ເຊິ່ງບັນທຶກເຫດການຂະນະທີ່ກຳລັງແລ່ນ ຕາມເສັ້ນຢູ່ໃນຕົວເມືອງລະຫວ່າງນະຄອນຫຼວງປັກກິ່ງ ຫາ ເມືອງອາບິນ ໃນເຂດພື້ນເຫີເປີຍ ເກີດໄຟໄໝ້ ແລະ ໄໝ້ລຸກລາມລົດບັນທຸກຢ່າງຮ້າຍແຮງເຮັດໃຫ້ຜຸ້ຄົນທີ່ຂັບລົດສວນທາງມາຕ້ອງໄດ້ຄ່ອຍຂັບ ແລະ ຫຼີກທາງໃຫ້. ເພື່ອຫຼົບໜີຈາກແປວຄວນໄຟ.

ສາເຫດທີ່ເຮັດໃຫ້ເກີດໄຟໄໝ້ລົດບັນທຸກຄັ້ງນີ້ ເກີດຈາກລົດບັນທຸກຄັນໜຶ່ງທີ່ບັນທຸກແກ໊ດສາທຳມະຊາດແຫຼວ ຫຼື LNG ເກີດເຫດເສຍຫຼັກພິກຂວ້ຳຢູ່ເທິງຖະໜົນຫຼວງພໍດີເຮັດໃຫ້ແກ໊ດຮົ່ວໄຫຼອອກຈາກລົດ ແລະ ເກີດໄຟລຸກໄໜ້; ຄົນຂັບລົດບັນທຸກຄັນດັ່ງກ່າວ ແລະ ເຈົ້າໜ້າທີ່ປະຈຳລົດອີກ 1 ຄົນ ໄດ້ຮັບບາດເຈັບຈາກໄຟໄໝ້ ແລະ ເຈົ້າໜ້າ ທີ່ໄດ້ເຂົ້າໄປຊ່ວຍເຫຼືອ ແລະ ນຳສົ່ງໄປປິ່ນປົວຢູ່ໂຮງໝໍຢ່າງຮີບດ່ວນ.

ຂະນະທີ່ລົດອີກ 3 ຄັນທີ່ຢູ່ໃກ້ສະຖານທີ່ເກີດເຫດກໍໄດ້ຮັບຄວາມເສຍຫາຍເຊັ່ນກັນ. ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ເພາະສາມາດໜີລົງຈາກລົດທັນເວລາ. ຂະນະເກີດເຫດ, ເຈົ້າໜ້າທີ່ຕໍາຫຼວດໄດ້ປິດການສັນຈອນໃນເສັ້ນທາງດັ່ງກ່າວ ເປັນເວລາຫຼາຍຊົ່ວໂມງ ເພື່ອເກັບກວາດ ແລະ ອະນາໄມສະຖານທີ່ເກີດເຫດກ່ອນເປີດໃຫ້ໃຊ້ເສັ້ນທາງໄດ້ອີກຄັ້ງ.