ຂ່າວຕ່າງປະເທດລາຍງານໃນວັນທີ 12 ກຸມພາ ທີ່ຜ່ານມາວ່າ: ສະໜາມບິນລອນດອນຊິຕີ ໃນນະຄອນຫຼວງລອນ ດອນ ຂອງອັງກິດ ຕ້ອງປິດໃຫ້ບໍລິການຊົ່ວຄາວຫຼັງຈາກທີ່ພົບລະເບີດສະໄໝສົງຄາມໂລກ ຄັ້ງທີ II ໃນແມ່ນ້ຳເທມສ໌ ທີ່ຢູ່ໃກ້ຄຽງ.

ຕຳຫຼວດນະຄອນບານອັງກິດ ຖະແຫຼງການວ່າ: ພົບລະເບີດໃນເວລາ 5:00 ໂມງ ຂອງວັນທີ 11 ກຸມພາ ຜ່ານມາ ຕາມເວລາມາດຕະຖານສາກົນເຊິ່ງກົງກັບເວລາ 12:00 ໂມງ ຕາມເວລາໃນປະເທດລາວ ໂດຍພົບຢູ່ທີ່ທ່າເຮືອ ພະເຈົ້າຈອດ ທີ່ V ລະຫວ່າງກຽມການກໍ່ສ້າງສະໜາມບິນເພີ່ມເຕີມ ເຊິ່ງຕັ້ງຢູ່ທາງຕາເວັນອອກຂອງນະຄອນຫຼວງ ລອນດອນ. ທາງຕຳຫຼວດນະຄອນບານໄດ້ຮ່ວມມືກັບກອງທັບ ກຳນົດເຂດຫ້າມເຂົ້າໃກ້ 214 ແມັດ ເພື່ອຈັດການ ກັບລະເບີດຢ່າງປອດໄພ ແລະ ຫຼຸດຄວາມສ່ຽງທີ່ຈະເກີດຂຶ້ນກັບປະຊາຊົນ ລວມທັງປິດເສັ້ນທາງອ້ອມຮອບສະໜາມ ບິນນຳ ອີກ.

ເຈົ້າໜ້າທີ່ພິເສດ ແລະ ກອງທັບອັງ ກິດຢືນຢັນວ່າ: ສິ່ງທີ່ພົບເປັນລະເບີດ ສະນັ້ນ, ສະໜາມບິນລອນດອນຊິຕີຈຶ່ງ ໄດ້ປິດໃຫ້ບໍລິການໃນເວລາ 22:00   ໂມງຂອງວັນດຽວກັນ ໂດຍໄດ້ແຈ້ງໃຫ້ຜູ້ໂດຍສານຍົກເລີກການເດີນທາງມາ ຍັງສະໜາມບິນດັ່ງກ່າວ ແລະ ຄວນສອບຖາມຄວາມຄືບໜ້າກັບສາຍການບິນທີ່ຈະເດີນທາງ.