ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງອຸດົມໄຊ ໄດ້ໂຄສະນາເຜີຍແຜ່ການສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ທີ່ໂຮງຮຽນຂັບລົດອຸດົມໄຊໃໝ່, ໃນວັນທີ 22 ມັງກອນ 2020 ທ່ານ ຈັນເພັງ ມູນປານ ອໍານວຍການໂຮງຮຽນ, ມີຄູ-ອາຈານ, ຕະຫຼອດຮອດນັກຮຽນຂັບຂີ່ພາຍໃນໂຮງຮຽນເຂົ້າຮ່ວມ.

ໃນພິທີ, ເຈົ້າໜ້າທີ່ໄດ້ໂຄສະນາເຜີຍແຜ່ ແລະ ອະທິບາຍດ້ານທິດສະດີກ່ຽວກັບຄວາມໝາຍສຳຄັນຂອງວຽກ ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມສາທິດວິທີການດັບມອດໄຟ ແລະ ການນຳໃຊ້ອຸປະກອນມອດໄຟຂັ້ນຕົ້ນ ເພື່ອເປັນຄວາມຮູ້ພື້ນຖານ ແລະ ມີຄວາມຊຳນິຊຳນານໃນການນຳໄປຈັດຕັ້ງປະຕິບັດຖືກວິທີ, ເປັນຕົ້ນການເອົາຕົວລົບໜີຈາກສະຖານທີ່ເກີດອັກຄີໄພ, ວິທີຊ່ວຍເຫຼືອຜູ້ປະສົບໄພອອກຈາກສະຖານທີ່ເກີດເຫດໃຫ້ມີຄວາມຮັບປະກັນ, ປອດໄພ, ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານ ອັກຄີໄພ, ຄວາມອັນຕະລາຍ ພ້ອມວິທີການແກ້ໄຂບັນຫາເວລາເກີດອັກຄີໄພ ແລະ ຮູ້ໄດ້ສາເຫດຂອງການເກີດເຫດການເພື່ອຄວາມປອດໄພ, ທຸກຄົນຕ້ອງມີຄວາມຮັບຜິດຊອບ, ມີຄວາມຮູ້ກຳໄດ້ຫຼັກການການສະກັດກັ້ນ ແລະ ຕ້ານອັກຄີໄພ.

ຕອນທ້າຍ, ຍັງມີການສາທິດວິທີການດັບມອດ ແລະ ນຳໃຊ້ອຸປະກອນຊ່ວຍມອດໄຟ. ພ້ອມນັ້ນ, ຍັງໃຫ້ຜູ້ທີ່ເຂົ້າຮ່ວມຮັບຟັງໄດ້ປະຕິບັດຕົວຈິງຕື່ມອີກ.