ເດືອນມັງກອນ 2020, ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ມ້າງເປົ້າໝາຍຄ້າຂາຍຢາເສບຕິດໄດ້ 2 ເລື່ອງ ກັກຜູ້ຖືກຫາໄດ້ 2 ຄົນ ແລະ ຢາບ້າ 338 ເມັດ.

ໃນເບື້ອງຕົ້ນ, ເຈົ້າໜ້າທີ່ສືບຮູ້ວ່າ ນາງ ຊໍຕີ ອາຍຸ 46 ປີ ຢູ່ບ້ານຫ້ວຍລະ ເມືອງສິງ ໄດ້ລັກລອບຄ້າຂາຍຢາເສບຕິດ. ຈາກນັ້ນ, ຈຶ່ງໄດ້ຈັດກຳລັງວິຊາສະເພາະລົງຕິດຕາມ ແລະ ສາມາດຈັບກຸມຜູ້ກ່ຽວ ໃນວັນທີ 15 ມັງກອນ, ຂະນະທີ່ໄປຊື້ຢາບ້າມາ ຈຳນວນ 238 ເມັດ ໂທລະສັບ 2 ເຄື່ອງ ແລະ ສາຍຄໍຄາຍຄືຄຳ 1 ເສັ້ນ ໄປສອບສວນ.

          ເຈົ້າໜ້າທີ່ລາຍງານໃຫ້ຮູ້ອີກວ່າ: ໃນວັນທີ 9 ມັງກອນ 2020 ໄດ້ກັກຕົວຜູ້ຄ້າຂາຍຢາເສບຕິດ ຊື່ທ້າວ ພໍຈື ອາຍຸ 49 ປີ ບ້ານໂຮມໄຊ ເມືອງສິງ ທີ່ຜູ້ກ່ຽວກັບມາຈາກການໄປຊື້ຢາບ້າ ແລະ ເສບຢາເສບຕິດ ພ້ອມຂອງຢາບ້າ 100 ເມັດ.

ໂດຍເບື້ອງຕົ້ນ, ເຈົ້າໜ້າທີ່ໄດ້ຮັບລາຍງານວ່າ: ທ້າວ ພໍຈື ມີພຶດຕິກຳມົ້ວສຸມຢາເສບຕິດ ແລະ ບາງຄັ້ງກໍລັກລອບຊື້ຂາຍຢາເສບຕິດ. ຈາກນັ້ນ, ໃນວັນທີ 8 ມັງກອນ 2020 ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ຕິດຕາມຜູ້ກ່ຽວ ພົບວ່າ ມີມູນຄວາມຈິງແທ້. ມາວັນທີ 9 ມັງກອນ ເວລາປະມານ 9:30 ໂມງ, ໄດ້ພົບເຫັນຜູ້ກ່ຽວກັບມາຈາກການເລາະປ່າ ຈຶ່ງເຂົ້າກັກຕົວໄດ້ຂອງກາງ 100 ເມັດ ມາສອບສວນ.

ທ້າວ ພໍຈື ໃຫ້ການວ່າ: ໄດ້ເຄືອນໄຫວຄ້າຂາຍຢາເສບຕິດ ແລະ ເສບຢາເສບຕິດແທ້ ຢາບ້າຈຳນວນ 100 ເມັດ ທີ່ທາງເຈົ້າໜ້າທີ່ກວດພົບໃນເວລາກັກຕົວນັ້ນ ແມ່ນໄດ້ຊື້ນຳຊາຍບໍ່ຮູ້ຊື່ ອາຍຸປະມານ 40 ປີ ຢູ່ບ້ານກາງໂພນສິງ ເມືອງສິງ, ວັນທີ 8 ມັງກອນ ຜູ້ກ່ຽວໄດ້ໄປຫາຊາຍຄົນດັ່ງກ່າວ ຢູ່ຕູບສວນຢາງພາລາໃກ້ບ້ານ ເພື່ອຕົກລົງຊື້ຂາຍຢາບ້າ ໂດຍຕົກລົງຊື້ຂາຍກັນຈຳນວນ 105 ເມັດ. ເມື່ອໄດ້ຢາບ້ານແລ້ວ ທ້າວ ພໍຈື ກໍເອົາໄປເສບເອງຈໍານວ 5 ເມັດ, ສ່ວນທີ່ເຫຼືອແມ່ນໄດ້ເອົາຕິດຕົວເຂົ້າໄປເລາະປ່າ. ມື້ຕໍ່ມາ, ໄດ້ກັບຈາກປ່າມາເຮືອນ ແລ້ວຖືກເຈົ້າໜ້າທີ່ເຂົ້າກັກຕົວພ້ອມຂອງກາງ 100 ເມັດ ໄປດໍາເນີນຄະດີ.