ໃນວັນທີ 4 ກຸມພາ 2020, ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການກອງປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ລົງໄປຊີ້ນຳ-ກວດກາການເຮັດວຽກງານວິຊາສະເພາະ ຢູ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍລິຄໍາໄຊ, ເຂົ້າຮ່ວມມີ ພັທ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າ, ຄະນະກອງ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ບົວແກ້ວ ຈັນທະບູນສຸກ ຫົວໜ້າກອງພັນປ້ອງກັນທີ່ຕັ້ງ ປກສ ແຂວງບໍລິຄຳໄຊ ໄດ້ຍົກໃຫ້ເຫັນວ່າ: 2 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດຢ່າງໜັກໜັ້ນ, ເອົາໃຈໃສ່ປະຕິບັດລະບຽບຂອງ ກຳລັງ; ສາມາດເຮັດສຳເລັດທຸກໜ້າທີ່ວຽກງານ ເປັນຕົ້ນແມ່ນໄດ້ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ໄດ້ 48 ຄັ້ງ, ປ້ອງກັນແຂກການນໍາ 24 ຄັ້ງ, ປ້ອງກັນກອງປະຊຸມ 50 ຄັ້ງ, ປ້ອງກັນແຂກຕ່າງປະເທດ 12 ຄັ້ງ, ປະຈໍາການຄອຍເຫດ 85 ຄັ້ງ; ປ້ອງກັນການເຄື່ອນຍ້າຍວັດຖຸ 40 ຄັ້ງ, ປ້ອງກັນການເອົາເງິນເຂົ້າຕູ້ ATM 42 ຄັ້ງ.

ໃນໂອກາດນີ້, ພົຈວ ບົວພັນ ຍໍລະວົງສາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໃຫ້ພະນັກງານ-ນັກຮົບທຸກສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ພ້ອມກັນເຮັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້ ແລະ ສືບຕໍ່ ເອົາໃຈໃສ່ຈັດຕັ້ງປະຕິບັດປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂເຫດການຕ່າງໆໃຫ້ທ່ວງທັນເວລາ, ຮັບປະກັນຄວາມປອດໄພໃຫ້ໄດ້ 100%.

ພາບ-ຂ່າວ: ໂຕນຸ່ນ