ທ້າວ ສົມບູນ ຫຼື ໝູ ອາຍຸ 25 ປີ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນນັກໂທດໃນສະຖານການຄ້າຂາຍຢາເສບຕິດ, ການຊື້-ຂາຍອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການເປັນນັກເລງອັນຕະພານ ແລະ ການບັງຄັບຂົ່ມຂູ່ບຸກຄົນອື່ນ ຖືກສານຕັດສິນຈຳຄຸກ 20 ປີ ປັບໃໝ 105.500.000 ກີບ.

ປີ 2015, ທ້າວ ສົມບູນ ຮູ້ຈັກກັບ ທ້າວ ແສງສະຫວັດ ຫຼື ແຊມ ແລະ ໄດ້ລົມເລື່ອງຄ້າຂາຍອາວຸດປືນ ໂດຍໃຫ້ ທ້າວ ແຊມ ເອົາປືນມາແລກປ່ຽນກັບຢາບ້າ ໂດຍໄດ້ຕົກລົງປືນ 1 ກະບອກ ຕໍ່ຢາບ້າ 1 ມັດ (ມັດລະ 2.000 ເມັດ), ທ້າວ ແຊມ ໄດ້ເອົາປືນສັ້ນ ຈໍານວນ 4 ກະບອກ ມາປ່ຽນເອົາຢາບ້າແຕ່ ທ້າວ ສົມບູນ ບໍ່ມີຢາບ້າ ຈຶ່ງຊື້ປືນສັ້ນກ໋ອກ 19 ແລະ ກ໋ອກ 30 ໃນລາຄາກະບອກລະ 60.000 ບາດ, ຊີແຊັດ 207 ໃນລາຄາ 30.000 ບາດ, ຊີແຊດ 75 BD ລາຄາ 70.000 ບາດ, ແລ້ວ ທ້າວ ສົມບູນ ໄດ້ເອົາປືນ ຈຳນວນ 3 ກະບອກ ໃຫ້ອ້າຍເກັບຮັກ ສາ.

ມາປີ 2016, ທ້າວ ສົມບູນ ແລະ ທ້າວ ກິນ້ອຍ ໄດ້ຂັບຂີ່ລົດຈິບເລັກຊັດ ໝາຍເລກທະບຽນ ຣທ 8777, ສ່ວນ ທ້າວ ກິນ້ອຍ ຂັບລົດຈິບເລັກຊັດ ໝາຍເລກທະບຽນ ກຜ 2320 ໄປຮັບທ້າວ ອາຕີ (ຄົນຈີນ) ກັບພັກພວກ 2 ຄົນ ເປັນຄົນພະມ້າຢູ່ສະໜາມບິນສາກົນວັດໄຕ, ແລ້ວໄປທວງເອົາເງິນຄ່າຢາເສບຕິດນໍາ ທ້າວ ສາຍຄໍາ ຈໍານວນ 200.000.000 ບາດ, ທ້າວ ສາຍຄໍາ ບໍ່ມີເງິນໃຫ້ ຈຶ່ງໄດ້ເອົາລົດໃຫຍ່ໃຫ້ຈໍາ ນວນ 4 ຄັນ ຄື: ລົດແລນໂລເວີ 2 ຄັນ, ລົດເກງອໍດີ ແລະ ລົດແລນກຸຍເຊີ.

ນອກນີ້, ທ້າວ ສົມບູນ ຍັງໄດ້ຮ່ວມ ກັບ ທ້າວ ກິນ້ອຍ ນຳຕົວທ້າວ ເພັດສາຄອນ ໄປແຂວງບໍ່ແກ້ວ ເພາະທ້າວ ເພັດສາຄອນ ເປັນໜີ້ຄ່າຢາເສບຕິດນຳ ທ້າວ ສາ ຈຳນວນ 2.000.000 ບາດ ແລະ ທ້າວ ສາ ໃຫ້ທ້າວ ເພັດສາຄອນ ຂົນສົ່ງຢາເສບຕິດໃຫ້ເພື່ອຫຼົບໜີ, ທ້າວ ສົມບູນ, ທ້າວ ອິດທິສັກ ຫຼື ໂລ້ນ ຫຼື ອ້າຍ, ທ້າວ ເລ່, ທ້າວ ທະນົງສັກ, ທ້າວ ປູ່ ແລະ ນາງ ປາວີນາ ຈຶ່ງໄດ້ພາກັນອອກໄປກິນເຂົ້າຢູ່ກາຊີໂນ ແລ້ວພາກັນກັບມາຮັບເອົາ ທ້າວ ກິນ້ອຍ ຢູ່ບ້ານພັກ ແລະ ພາກັນຂັບຂີ່ລົດມາເມືອງຫ້ວຍຊາຍ. ພໍມາຮອດເຂດບ້ານນໍ້າເກິ່ງ ໄດ້ມີເຈົ້າໜ້າທີ່ກວດກາເອກະສານລົດ ທ້າວ ຈ່ອຍ ໄດ້ໂທລະສັບຫາທ້າວ ເລ່ ບອກວ່າ ທ້າວ ກິນ້ອຍ ຖືກຈັບຕົວຍ້ອນຢູ່ໃນ ລົດມີປືນ ຈໍານວນ 2 ກະບອກ ແລະ ມີຢາເສບຕິດຈໍານວນໜຶ່ງ.

ເມື່ອ ທ້າວ ສົມບູນ ຮູ້ຄືແນວນັ້ນ ຈຶ່ງເອົາຖົງພາຍດໍາທີ່ມີປືນສັ້ນກ໋ອກ 19 ໃຫ້ ທ້າວ ອິດທິສັກ, ແຕ່ ທ້າວ ອິດທິສັກ ບໍ່ເອົາ, ທ້າວ ສົມບູນ ຈຶ່ງບອກໃຫ້ ທ້າວ ເລ່ ແລະ ທ້າວ ນູ ເອົາປືນດັ່ງກ່າວໄປຖິ້ມຢູ່ແຄມທາງຫ່າງຈາກຈຸດ ກວດກາລົດ 2 ກິໂລແມັດ. ຈາກນັ້ນ, ທ້າວ ສົມບູນ ແລະ ທ້າວ ອິດທິສັກ ໄດ້ຂັບຂີ່ລົດໄປເມືອງຫ້ວຍຊາຍ ແລ້ວໄດ້ໂທ ທ້າວ ຄອນປະສົງ ແຕ່ບໍ່ຮັບສາຍ ຈຶ່ງໄດ້ໂທຫາພໍ່ສ່ຽວຊື່ ທ້າວ ປຸ້ມ ຢູ່ເມືອງຫ້ວຍຊາຍ ບອກວ່າ ທ້າວ ກິນ້ອຍ ຖືກເຈົ້າໜ້າທີ່ຈັບຕົວຢູ່ເຂດບ້ານນໍ້າເກິ່ງ ໄປໄກ່ເກຍໃຫ້ແດ່. ແຕ່ ທ້າວ ປຸ້ມ ບອກວ່າ ບໍ່ສາມາດເຮັດໄດ້ແລ້ວທ້າວ ສົມບູນ ໄດ້ບອກໃຫ້ ທ້າວ ປຸ້ມ ມາຮັບຢູ່ໂຮງແຮມ ເພື່ອຈະເອົາລົດເລັກຊັດໝາຍເລກທະບຽນ ຮທ 8777 ໄປຊຸກເຊື່ອງໄວ້ຢູ່ເຮືອນຂອງ ທ້າວ ປຸ້ມ. ຕໍ່ມາ, ທ້າວ ສົມບູນ ໄປຂຶ້ນຍົນຢູ່ສະໝາມບິນແຂວງບໍ່ແກ້ວ ກັບມານະຄອນຫຼວງວຽງຈັນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ຈາກຂໍ້ມູນຫຼັກຖານທີ່ກ່າວມາຂ້າງເທິງນັ້ນ, ຈຶ່ງຖືໄດ້ວ່າ ການກະທໍາຂອງ ທ້າວ ສົມບູນ ເປັນການກະທໍາຜິດໃນ ສະຖານການຄ້າຂາຍຢາເສບຕິດ, ການຊື້-ຂາຍອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການເປັນນັກເລງອັນຕະພານຢ່າງແທ້ຈິງ. ການຕັດສິນ ທ້າວ ສົມບູນ ມີຂຶ້ນໃນວັນທີ 23 ມັງກອນ 2020.