ພິທີຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມຢ່າງເປັນທາງການ ໃນວັນທີ 10 ກຸມພາ 2020
ພິທີຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມຢ່າງເປັນທາງການ ໃນວັນທີ 10 ກຸມພາ 2020

ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ; ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ພົອ ໂຕ ເລິມ ກຳມະການກົມ ການເມືອງສູນກາງພັກຄອມມູນິດ ຫວຽດນາມ ລັດຖະມົນຕີກະຊວງ ຕຳຫຼວດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສອງຝ່າຍ ປະຈຳປີ 2020 ໃນລະຫວ່າງວັນທີ 10-12 ກຸມພາ 2020.

ພິທີຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມຢ່າງເປັນທາງການ ໃນວັນທີ 10 ກຸມພາ 2020
ພິທີຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມຢ່າງເປັນທາງການ ໃນວັນທີ 10 ກຸມພາ 2020

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2020 ທີ່ກະຊວງ ປ້ອງກັນຄວາມສະຫງົບ ນຳໂດຍ ພົທ ວິໄລ ຫຼ້າຄຳຟອງ ພ້ອມຄະນະ; ພາຍຫຼັງສຳເລັດການຕ້ອນຮັບ ທັງສອງຝ່າຍກໍໄດ້ດຳເນີນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2019 ແລະ ທິດທາງແຜນການຮ່ວມມື ປະຈຳປີ 2020 ເປັນປະທານຮ່ວມໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ແລະ ພົອ ໂຕ ເລິມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ພິທີລົງນາມແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈຳປີ 2020.
ພິທີລົງນາມແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈຳປີ 2020.

ທັງສອງຝ່າຍໄດ້ແຈ້ງສະພາບ ແລະ ປຶກສາຫາລືເຊິ່ງກັນແລະກັນ, ໂດຍໄດ້ທົບທວນຄືນການຮ່ວມມືຂອງສອງກະຊວງໃນໄລຍະຜ່ານມາ, ພ້ອມທັງໄດ້ເຫັນດີເປັນເອກະພາບສືບຕໍ່ຮັດແໜ້ນການພົວພັນຮ່ວມມືໃນການຮັກສາຄວາມສະຫງົບທາງດ້ານການເມືອງ ແລະ
ຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມໃຫ້ມີໝາກຜົນດີຍິ່ງຂຶ້ນ; ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນໃນຂົງເຂດວຽກງານການກໍ່ສ້າງກຳລັງ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານອຸປະກອນເຕັກນິກວິຊາສະເພາະ ແລະອື່ນໆ; ພ້ອມນີ້, ທັງສອງຝ່າຍກໍໄດ້ລົງນາມແຜນການຈັດຕັ້ງປະຕິບັດສັນຍາຮ່ວມມືວຽກງານ ປ້ອງກັນຄວາມສະຫງົບ ປະຈຳປີ 2020.

ພົອ ໂຕ ເລິມ ປະດັບຫຼຽນໄຊມິດຕະພາບ ແລະ ຫຼຽນກາມິດຕະພາບໃຫ້ນາຍຕຳຫຼວດ ສປປ ລາວ
ພົອ ໂຕ ເລິມ ປະດັບຫຼຽນໄຊມິດຕະພາບ ແລະ ຫຼຽນກາມິດຕະພາບໃຫ້ນາຍຕຳຫຼວດ ສປປ ລາວ

ໃນໂອກາດນີ້ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ໄດ້ນຳເອົາເຄື່ອງອຸປະກອນວິຊາສະເພາະຈຳນວນໜຶ່ງ ມາມອບໃຫ້ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ໃນໂອກາດທີ່ມີຄວາມໝາຍ ສຳຄັນນີ້; ລັດຖະບານແຫ່ງ ສສ ຫວຽດນາມ ກໍໄດ້ປະດັບຫຼຽນໄຊມິດຕະພາບ ແລະ ຫຼຽນກາມິດຕະພາບໃຫ້ນາຍຕຳຫຼວດກະຊວງ ປ້ອງກັນຄວາມສະຫງົບ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ຈຳນວນ 18 ສະຫາຍ, ໃນນັ້ນ ໄດ້ປະດັບຫຼຽນໄຊມິດຕະພາບ 8 ສະຫາຍ, ຫຼຽນກາມິດຕະພາບ 10 ສະຫາຍ; ໃຫ້ກຽດປະດັບຫຼຽນ ໂດຍ ພົອ ໂຕ ເລິມ.

ຈາກນັ້ນ, ຄະນະຜູ້ແທນຂັ້ນສູງ ທັງສອງຝ່າຍ, ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເພື່ອເຂົ້າລາຍງານຜົນສຳເລັດຂອງການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ສສ ຫວຽດນາມ ແລະ ຜົນສຳເລັດຂອງກອງປະຊຸມຮ່ວມມືຂອງທັງ 2 ຝ່າຍ.

ພາບ-ຂ່າວ: ບຸນເຫຼືອ