ການຈະເລີນເຕີບໂຕທາງດ້ານເສດຖະກິດໃນເທດສະບານນະຄອນຫຼວງວຽງຈັນ ແມ່ນມີຫຼາຍດ້ານພົ້ນເດັ່ນຜູ້ປະກອບກິດຈະການຄ້າ ຂາຍເຫຼົ້າເບຍ, ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມຕ່າງໆແມ່ນເກີດຂຶ້ນຫຼາຍຕາມແຄມທາງ; ເຊິ່ງກິດຈະການດັ່ງກ່າວ ຍັງມີຜູ້ປະກອບການແອບແຝງລັກສະນະຄ້າມະນຸດ, ຄ້າປະເວນີ ແລະ ຂາຍ ປະເວນີ. ໜຶ່ງໃນນັ້ນ, ກໍຄືເມືອງໄຊເສດຖາ ມີການເພີ່ມຂຶ້ນຫຼາຍຂະຫຍາຍຢ່າງກວ້າງຂວາງ, ແບບເປີດແປນ ແລະ ແຜ່ລາມໄປທຸກໆບ້ານ. ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງຄວນເອົາໃຈໃສ່ແກ້ໄຂຢ່າງຈຶ່ງຈັງ ເພື່ອປິດຊອງວ່າງບັນຫາການຄ້າມະນຸດ ແລະ ການຂາຍບໍລິການທາງເພດທີ່ຜິດຕໍ່ລະບຽບກົດໝາຍ.

ເມືອງໄຊເສດຖາ ເປັນໜຶ່ງໃນເມືອງທີ່ມີທ່າແຮງທາງດ້ານການຄ້າ, ການບໍລິການເປັນສູນກາງ າງດ້ານການເມືອງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ວັດທະນາທໍາ-ສັງຄົມ ມີຄວາມຈະເລີນທັນສະໄໝທຸກໆດ້ານ, ການເຕີບໂຕທາງດ້ານເສດຖະກິດ. ແຕ່ບັນຫາອັນພົ້ນເດັ່ນຫຼາຍກວ່າໝູ່ແມ່ນຜູ້ປະກອບກິດຈະການຮ້ານບັນເທີງກິນດື່ມແອບແຝງໃນການຄ້າຂາຍມະນຸດ, ຄ້າປະເວນີ ແລະ ຂາຍປະເວນີ ມີການເພີ່ມຂຶ້ນຫຼາຍ ພ້ອມທັງມີການຂະຫຍາຍຕົວຢ່າງກ້ວາງຂວາງ ແລະ ແຜ່ລາມໄປທຸກບ້ານຢູ່ຕາມເສັ້ນທາງຕ່າງໆມີຮ້ານຂາຍເຫຼົ້າເບຍ, ໂຮງແຮມ, ເຮືອນພັກ, ຮ້ານອົບໜວດ, ຮ້ານບັນເທິງ, ຮ້ານຄາລາໂອເກະ, ຮ້ານເສີມສວຍ, ກາເຟຢອດ, ຍັງມີສາວບໍລິການທາງເພດຢ່າງຫຼວງຫຼາຍ ເພື່ອດຶງດູດເອົາລູກຄ້າເຂົ້າໃຊ້ບໍລິການໃນຮ້ານ ໂດຍບໍ່ຄໍານຶງເຖິງຜົນກະທົບຕໍ່ສັງ ຄົມ ກໍຄືປະເທດຊາດ ເອົາແຕ່ຜົນປະໂຫຍດຢ່າງດຽວ. ຮ້າຍແຮງໄປກວ່ານັ້ນ, ບາງຮ້ານຍັງເອົາສະຖານທີ່ດັ່ງກ່າວ ເປັນບ່ອນມົ້ວສຸມຢາເສບຕິດ, ຄ້າຂາຍຢາສບຕິດ, ຫຼິ້ນການພະນັນທີ່ຕ້ອງຫ້າມ ນໍາໄປເຖິງການຄ້າມະນຸດ ແລະ ຂູດຮີດແຮງງານເດັກ. ການກະທໍາດັ່ງກ່າວແມ່ນສົ່ງຜົນກະທົບຕໍ່ຮ່າງກາຍ, ຈິດໃຈ ແລະ ກຽດສັກສີ, ອິດສາລະພາບຂອງບຸກຄົນທັງສົ່ງຜົນກະທົບດ້ານລົບຕໍ່ການພັດທະນາເສດຖະກິດສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຜິດກົດໝາຍ.

ພັທ ອຸໄທ ແກ້ວ ປະເສີດ ຮອງຫົວໜ້າກອງບັນຊາກາ ປກສ ເມືອງໄຊເສດຖາ ຫົວໜ້າກອງເລຂາຕ້ານການຄ້າມະນຸດກ່າວໃນກອງປະຊຸມສະຫຼຸບວຽກງານດັ່ງກ່າວ ໃນທ້າຍເດືອນມັງກອນ 2020 ວ່າ: ປີ 2019, ໄດ້ເກັບກໍາສະຖິຕິໂຮງແຮມທົ່ວເມືອງໄຊເສດຖາ ມີ 32 ແຫ່ງ ມີການການລັກລອບຄ້າປະເວນີ 4 ແຫ່ງ, ຮ້ານເສີມ ສວຍ-ກາເຟ 3 ແຫ່ງ ມີການລັກລອບຄ້າປະເວນີ 2 ແຫ່ງ, ຮ້ານອາຫານ-ກິນດື່ມ 264 ແຫ່ງ ມີການຄ້າປະເວນີ 14 ແຫ່ງ, ຮ້ານຄາລະໂອເກະ 4 ແຫ່ງ ຄ້າປະເວນີ 4 ແຫ່ງ ແລະ ພື້ນທີ່ສັບສົນ 3 ແຫ່ງ. ຕໍ່ກັບສາວບໍລິ ການທີ່ຜິດລະບຽບກົດໝາຍແມ່ນໄດ້ບົດບັນທຶກ-ສຶກສາອົບຮົມກັບຜູ້ຂ້າປະເວນີ 10 ຄົນ ຍິງ 10 ຄົນ ແລະ ສຶກ ສາອົບຮົມຜູ້ທີ່ສ່ຽງຕົກເປັນຄ້າມະນຸດໃຫ້ກັບຄືນສູ່ພູມລໍາເນົາຈໍານວນໜຶ່ງ. ນອກນັ້ນ, ຍັງໄດ້ດໍາເນີນຄະດີຜູ້ຄ້າ ຂາຍມະນຸດ 1 ເລື່ອງ, ດໍາເນີນຄະດີຂາຍປະເວນີ 1 ເລື່ອງ ມີຜູ້ຖືກຫາ 4 ຄົນ ຍິງ 1 ຄົນ.

ຕໍ່ກັບບັນຫາດັ່ງກ່າວ, ປີ 2020 ກອງເລຂາຕ້ານການຄ້າມະນຸດເມືອງໄຊເສດຖາ ຈະໄດ້ເອົາໃຈໃສ່ໂຄສະນາເຜີຍ ແຜ່ລະບຽບກົດໝາຍໃຫ້ປະຊາຊົນ, ພາກສ່ວນຕ່າງໆພາຍໃນເມືອງໃຫ້ຮັບຮູ້ ແລະ ເຂົ້າໃຈໃຫ້ທົ່ວເຖິງ ໃຫ້ການປົກປ້ອງຊ່ວຍເຫຼືອ ອັນຈໍາເປັນແກ່ຜູ້ເຄາະຮ້າຍ ແລະ ສາວບໍລິການ ກັບຄືນສູ່ຄອບຄົວເກັບກໍາເປົ້າໝາຍ-ຄ້າຂາຍປະເວນີຕາມໂຮງແຮມ, ເຮືອນພັກ, ຮ້ານອົບໜວດ, ຮ້ານກາ ແລະ ຮ້ານຄາລາໂອເກະ ເພື່ອສຶກສາອົບຮົມໃຫ້ເຂົາເຈົ້າຢຸດເຊົ່າໄປປະກອບອາຊີບອື່ນທີ່ບໍ່ຜິດຕໍ່ລະບຽບກົດໝາຍ ແລະ ຄວາມສຽງເປັນເຫຍື່ອຂອງການຄ້າມະນຸດ. ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງຕ້ອງມີການປະສານງານຮ່ວມມືກັນ ແລະ ເອົາໃຈໃສ່ກວດກາບັນດາຮ້ານອາຫານ, ກິນດື່ມຄາລະໂອເກະຕ່າງໆຢ່າງຈິງຈັງ ເພື່ອຄຸ້ມຄອງເຂົາເຈົ້າປະກອບກິດຈະການພາຍໃຕ້ລະບຽບກົດໝາຍ.