ທ້າວ ໄຊສະຫວາດ ຫຼື ຕ້າ (ຈຳເລີຍ) ອາຍຸ 26 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກະທຳຜິດໃນສະຖານການໃຊ້ອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈາກການກະທຳຜິດດັ່ງກ່າວ ສານປະ ຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນ ໃນວັນທີ 12 ກຸມພາ 2020 ໂດຍຕັດສິນຈຳຄຸກ 1 ປີ 5 ເດືອນ, ແຕ່ໃຫ້ປະຕິບັດໂທດຕົວຈິງ 3 ເດືອນ 20 ວັນ.

ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ຖະແຫຼງກ່ຽວກັບການກະທຳຜິດຂອງ ທ້າວ ໄຊ ສະຫວາດ ຫຼື ຕ້າ (ຈຳເລີຍ) ແລະ ອີງຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບ ປຸງປີ 2017 ແລະ ອີງຕາມສຳ ນວນຄະດີຂັ້ນຕົ້ນ ເລກທີ 31/ອຍກ.ນວ ລົງວັນທີ 13 ມັງກອນ 2020 ໂດຍມີເນື້ອໃນດັ່ງນີ້: ເດືອນເມສາ 2019 ຈຳເລີຍ ໄດ້ຕິດຕໍ່ຊື້ປືນສັ້ນຊະນິດ P226 ນຳຄົນບໍ່ຮູ້ຈັກທີ່ປະກາດຂາຍທາງເຟສບຸກ ໃນລາຄາ 50.000 ບາດ, ເມື່ອໄດ້ປືນແລ້ວກໍໄດ້ເຮັດໃບອານຸຍາດຖືປືນນຳພາກສ່ວນທີ່ກ່ຽວຂ້ອງ ໂດຍມີໃບອະນຸຍາດຖືປືນ ສະບັບເລກທີ 135/ພສສ ລົງວັນທີ 10 ເມສາ 2019.

ມາວັນທີ 24 ຕຸລາ 2019, ຈຳເລີຍໄດ້ຂັບຂີ້ລົດຍີ້ຫໍ້ເຊບໂລເລດ ສີດຳ ໝາຍເລກທະບຽນ ກນ 5801 ກຳແພງນະຄອນ ໄປວັນເກີດຂອງໝູ່ຢູ່ໂຮງແຮມດາວຄຳ, ຮອດເວລາປະມານ 23:00 ໂມງ ຈຳເລີຍໄດ້ໄປດື່ມເບຍນຳໝູ່ຢູ່ຮ້ານບັນເທີງແຫ່ງໜຶ່ງເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຮອດເວລາ 2:00 ໂມງ ຂອງວັນທີ 25 ຕຸລາ 2019 ແລະ ໄດ້ພາກັນໄປດື່ມເບຍຢູ່ຮ້ານບັນເທິງແຫ່ງໃໝ່ຢູ່ເຂດເມືອງສີໂຄດຕະບອງ ຈົນຮອດເວລາປະມານ 6:00 ໂມງ ຈຶ່ງພາກັນກັບ. ພໍຂີ່ລົດມາຮອດເຂດໂຮງແຮມແມ່ຂອງເຫັນໝູ່ຂອງຈຳເລີຍຜິດ ຖຽງກັນ ຈຳເລີຍ ກໍເອົາປືນຢູ່ໃນລົດອອກມາ ແລ້ວເອົາແວ່ນລົດລົງ. ຈາກນັ້ນ, ກໍຍິງປືນຂຶ້ນຟ້າຈຳນວນ 3 ນັດ ແລ້ວຂັບລົດໄປສົ່ງໝູ່ທີ່ຢູ່ໃນລົດ ແລ້ວກັບບ້ານ. ມາວັນທີ 28 ຕຸລາ 2019, ເຈົ້າໜ້າທີ່ໄດ້ຈັບຕົວຈຳເລີຍມາດຳເນີນຄະດີ ພ້ອມຂອງກາງປືນສັ້ນດັ່ງກ່າວ.

ຈາກການຖະແຫຼງຂອງອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນແລ້ວ ເຫັນຍັງໄດ້ຄົ້ນຄວ້າບັນດາຂໍ້ ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ຈຶ່ງເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ: ການກະທຳຂອງ ທ້າວ ໄຊສະຫວາດ ເປັນການກະທຳຜິດທາງອາຍາໃນຂໍ້ຫາ ການໃຊ້ອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍທີ່ແຕະຕ້ອງເຖິງຄວາມສະ ຫງົບຂອງຊາດ ຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 132.

ການກະທຳຂອງຈຳເລີຍ ເປັນການກະທຳຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈຳເລີຍໄດ້ໃຊ້ອາວຸດເສິກ (ປືນຍີ້ຫໍ້ P226) ຍິງຢູ່ເຂດສາທາລະນະ ໂດຍບໍ່ໄດ້ຮັບອາຍຸຍາດ ແລະ ບໍ່ຖືກຕ້ອງຕາມກົດໝາຍ, ຈຳເລີຍເອງກໍເປັນບຸກ ຄົນທີ່ມີສະຕິສຳປັດຊັນຍະສົມບູນດີ ແລະ ເຖິງກະສຽງອາຍຸທາງອາຍາແລ້ວ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານຈຶ່ງຕັດສິນ ທ້າວ ໄຊສະຫວາດ ຈຳຄຸກ 1 ປີ 5 ເດືອນ, ສ່ວນປືນສັ້ນ P226 ສານໄດ້ຕັດສິນຮີບເຂົ້າເປັນຂອງລັດ.