ປະກາດແຕ່ງຕັ້ງ ຫົວໜ້າອໍານວຍການ ລບຄ ຜູ້ໃໝ່

0
2533

ລັດວິສາຫະກິດ ບໍລິການຄວາມປອດໄພ (ລບຄ) ກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າອຳນວຍການ ລບຄ ຜູ້ໃໝ່ ໃນວັນທີ 14 ກຸມພາ 2020, ເຂົ້າຮ່ວມໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ແລະ ພັອ ບຸນຮຸ່ງ ມະຫາໄຊ ອະດີດຜູ້ອຳນວຍການ ລັດວິສາຫະກິດ ບໍລິການຄວາມປອດໄພ, ໂດຍມີບັນດາຄະນະພັກ-ຄະນະອຳນວຍ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານບັນຊາ ຈັດສົ່ງ-ສາຍກວດ ເຂົ້າຮ່ວມ.

ພັທ ຄຳພອນ ແສງສາລິຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າອຳນວຍການ ລັດວິສາຫະກິດ ບໍລິການຄວາມປອດໄພ ເຊິ່ງໃນນີ້ໄດ້ແຕ່ງຕັ້ງ:

  • ພັທ ວົງຄຳ ມັງຄະເສີມ ເປັນ ຫົວໜ້າອຳນວຍການ ລັດວິສາຫະກິດ ບໍລິການຄວາມປອດໄພ (ຜູ້ໃໝ່).

ທັງນີ້, ກໍເພື່ອເປັນການປັບປຸງ ກົງຈັກການຈັດຕັ້ງຂອງ ລັດວິສາຫະກິດ ບໍລິການຄວາມປອດໄພ ໃຫ້ມີຄວາມສອດຄ່ອງກັບການຊີ້ນຳ, ບັນຊາໃນການເຄື່ອນໄຫວດຳເນີນທຸລະກິດ ໃຫ້ມີຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ສອດຄ່ອງກັບສະພາບຕົວຈິງ ເພື່ອເຮັດສໍາເລັດໜ້າທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໃນໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ ຜູ້ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງບົດບາດການຊີ້ນຳ-ນຳພາ, ປັບປຸງແບບແຜນການນໍາພາ ແລະ ແບ່ງຄວາມຮັບຜິດຊອບຕາມໜ້າທີ່ຂອງແຕ່ລະບຸກຄົນ, ພ້ອມທັງເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດຂອງພະນັກງານ ພາຍໃນ ລບຄ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມສາມັກຄີແໜ້ນແຟ້ນ, ມີຄວາມບຸກບືນຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍໃຫ້ດີຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊີ້ນຳ-ນຳພາພະນັກງານ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມໜ້າທີ່ຮັບຜິດຊອບໃຫ້ສຳເລັດ, ເຮັດໃຫ້ວຽກງານບໍລິການຄວາມປອດໄພ ມີຄວາມເຕີບໃຫຍ່ເຂັ້ມແຂງ, ເຮັດໃຫ້ລູກຄ້າຜູ້ທີ່ໃຊ້ບໍລິການມີຄວາມເຊື່ອໝັ້ນ ແລະ ມີຄວາມເພິ່ງພໍໃຈນຳໃຊ້ບໍລິການຂອງພວກເຮົານັບມື້ນັບຫຼາຍຂຶ້ນເລື້ອຍໆ.