ແຕ່ງຕັ້ງຄະນະກອງຮ້ອຍກອງຫຼອນ ທົ່ວເມືອງສີສັດຕະນາກ

0
1447

ກອງບັນຊາການທະຫານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ປະກາດ ແຕ່ງຕັ້ງຄະນະກອງຮ້ອຍກອງຫຼອນ ກຳລັງເຄື່ອນທີ່ ປະຈຳ 37 ບ້ານ ທົ່ວເມືອງສີສັດຕະນາກ ໃນວັນທີ 11 ກຸມພາ 2020 ທີ່ຫ້ອງການບ້ານໂພນປ່າເປົ້າ; ເຂົ້າຮ່ວມໂດຍ ທ່ານ ບຸນເມກ ວິໄລ ແສງ ຮອງເຈົ້າເມືອງສີສັດຕະນາກ, ພັທ ໂອໄທ ວັນນະພາ ຮອງຫົວໜ້າຫ້ອງເສນາ-ທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອຳນາດການປົກ ຄອງບ້ານ, ກຳລັງກອງຫຼອນບ້ານ ເຂົ້າຮ່ວມ.

ພັຕ ວັນໄຊ ຂັນທະວົງ ຮັກສາການຫົວໜ້າການທະຫານກອງບັນຊາການທະຫານ ເມືອງສີສັດຕະນາກ
ພັຕ ວັນໄຊ ຂັນທະວົງ ຮັກສາການຫົວໜ້າການທະຫານກອງບັນຊາການທະຫານ ເມືອງສີສັດຕະນາກ

ພັຕ ວັນໄຊ ຂັນທະວົງ ຮັກສາການຫົວໜ້າການທະຫານກອງບັນຊາການທະຫານ ເມືອງສີສັດຕະນາກ ໄດ້ຜ່ານຂໍ້ຕົກລົງຂອງຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເລກທີ 016/ທມ ສສນ ລົງວັນທີ 22 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຄະນະກອງຮ້ອຍ, ຮອງກອງຮ້ອຍ, ຫົວໜ້າໝວດ-ຮອງໝວດ, ຫົວໜ້າ-ຮອງຫົວໜ້າໝູ່ ພ້ອມ ດ້ວຍລູກໝູ່ຂອງກອງຫຼອນກຳລັງ ເຄື່ອນປະຈຳ 37 ບ້ານທົ່ວເມືອງສີສັດຕະນາກ; ເຊິ່ງໄດ້ແຕ່ງຕັ້ງກອງຮ້ອຍ 1 ປະກອບມີ: ກຸ່ມເພຍວັດ, ກຸ່ມທາດຂາວ, ໃນນັ້ນ ແຕ່ງຕັ້ງ ສະຫາຍ ຮທ ສຸກຕິທິມ ສຸວົງທອງ ເປັນຫົວໜ້າຊີ້ນຳລວມ, ສະຫາຍ ນິລັດ ຫຼວງສີຊະນະ ຮອງຫົວໜ້າ ຮັບຜິດຊອບວຽກເສນາທິການ, ສະຫາຍ ເຂັມຄຳ ຍັນດານຸວົງ ຮອງຫົວໜ້າຮັບຜິດຊອບວຽກການເມືອງ, ແຕ່ງຕັ້ງຫົວໜ້າໝວດ; ຮອງໝວດທີ 1 ສະຫາຍ ພອນສະຫວັນ ທາລາຈັນ ເປັນຫົວໜ້າ, ສະຫາຍ ວິຣະຍະ ວໍລະສານ ເປັນຮອງ, ຫົວໜ້າໝວດ; ຮອງໝວດ ທີ 2 ສະຫາຍ ນາງ ໄພນາລີ ວິໄລພັນ ເປັນຫົວໜ້າ, ສະຫາຍ ສຸກສະດາ ນາລາດ ເປັນຮອງ, ຫົວໜ້າໝວດ; ຮອງໝວດທີ 3 ສະຫາຍ ລຳພອນ ດວງແກ້ວມະນີວົງ ເປັນຫົວໜ້າ, ສະຫາຍ ເກດ ມໍລະກົດ ເປັນຮອງ.

ພິທີປະກາດ ແຕ່ງຕັ້ງຄະນະກອງຮ້ອຍກອງຫຼອນ ທົ່ວເມືອງສີສັດຕະນາກ
ພິທີປະກາດ ແຕ່ງຕັ້ງຄະນະກອງຮ້ອຍກອງຫຼອນ ທົ່ວເມືອງສີສັດຕະນາກ

ກອງຮ້ອຍ 2 ປະກອບມີ: ກຸ່ມວັດນາກ, ກຸ່ມສວນມອນ, ກຸ່ມຈອມແຈ້ງ; ໃນນັ້ນ, ໄດ້ແຕ່ງຕັ້ງ ສະຫາຍ ຮຕ ອາມິດ ອຸດທະຈັນ ເປັນຫົວໜ້າຮັບຜິດຊອບຊີ້ນຳລວມ, ສະຫາຍ ກຽງໄກ ດີດວງເພັດ ຮອງຫົວໜ້າຮັບຜິດຊອບວຽກເສນາທິການ, ສະຫາຍ ເກດສະໜາ ຫຼວງສຸພົນ ຮອງຫົວໜ້າຮັບຜິດຊອບວຽກການເມືອງ, ຫົວໜ້າໝວດ; ຮອງໝວດທີ 1 ສະຫາຍ ໄກສອນ ອິນທິລາດ ຫົວໜ້າ, ສະຫາຍ ສອນ ໄຊ ວໍລະສານ ເປັນຮອງ, ຫົວໜ້າໝວດ; ຮອງໝວດທີ 3 ສະຫາຍ ອຸດອນໄຊ ສີສົມພອນ ເປັນຫົວໜ້າ, ສະຫາຍ ແສງເພັດ ສູນດາລາ ເປັນຮອງ, ຫົວໜ້າໝວດ; ຮອງ ໝວດທີ 3 ສະຫາຍ ສຳເລັດ ໄຊ ຍະເພັດດາປາ ເປັນຫົວໜ້າ, ສະຫາຍ ພົມມະຈັນ ແກ້ວຫາວົງ ເປັນຮອງ.

ທ່ານ ບຸນເມກ ວິໄລແສງ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນປະຕິບັດໜ້າທີ່ປ້ອງ ກັນເວນຍາມທຸກບ້ານພາຍໃນ ເມືອງສີສັດຕະນາກ ໃຫ້ມີຄວາມສະຫງົບປອດໄພ ແລະ ຢູ່ພາຍໃນການຊີ້ນໍາ-ນໍາພາຂອງອໍານາດປົກຄອງບ້ານ ແລະ ເມືອງ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງທາງ ດ້ານສິລະປະຍຸດ-ຍຸດທະວິທີ, ຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດສິນທໍາປະຕິວັດ, ພ້ອມກັນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮັກສາໄດ້ຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ ເຮັດໃຫ້ບ້ານ-ກຸ່ມບ້ານສະຫງົບປອດໄພຂຶ້ນກວ່າເກົ່າ.

ພາບ-ຂ່າວ: ຄຳໂຖ