ປະກາດແຕ່ງຕັ້ງ ອໍານວຍການ ລັດວິສາຫະກິດ ລາວບໍລິການຄວາມປອດໄພ-ລະຫວ່າງປະເທດ

0
1427

ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ ອຳນວຍການ ລັດວິສາຫະກິດ ລາວບໍລິການຄວາມປອດໄພ-ລະຫວ່າງປະເທດ ໃນວັນທີ 19 ກຸມພາ 2020, ໂດຍການເຂົ້າຮ່ວມຂອງ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ ພາຍໃນ ລັດວິສາຫະກິດ ເຂົ້າຮ່ວມ.

ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 244/ປກສ ລົງວັນທີ 31 ມັງກອນ 2020 ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າອຳນວຍການ ລັດວິສາຫະກິດ ລາວບໍລິການຄວາມປອດໄພ-ລະຫວ່າງປະເທດ ເຊິ່ງ ລັດຖະມົນຕີ ກະຊວງ ປກສ ຕົກລົງແຕ່ງຕັ້ງ:

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ

ພັທ ລີຕູ້ ມີໄຊຕູ້ ເປັນ ຫົວໜ້າອຳນວຍການ ລັດວິສາຫະກິດ ລາວບໍລິການຄວາມປອດໄພ-ລະຫວ່າງປະເທດ, ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນພິທີ ຍັງໄດ້ມອບຮັບໜ້າທີ່ລະຫວ່າງ ພັອ ດຳດີ ອ້ວນມະນີ ຫົວໜ້າອຳນວຍການ ລັດວິສາຫະກິດ ລາວບໍລິການຄວາມປອດໄພ-ລະຫວ່າງປະເທດ ຜູ້ເກົ່າ ແລະ ພັທ ລີຕູ້ ມີໄຊຕູ້ ຫົວໜ້າອຳນວຍການ ລັດວິສາຫະກິດ ລາວບໍລິການຄວາມປອດໄພ-ລະຫວ່າງປະເທດ ຜູ້ໃໝ່.

ໂອກາດດຽວກັນ, ພົຕ ກົງທອງ ພົງວິຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຫົວໜ້າອຳນວຍການ ຜູ້ເກົ່າ ຕະຫຼອດຮອດ ຄະນະພັກ-ຄະນະບັນຊາ, ພະນັກງານ ທົ່ວລັດວິສາຫະກິດ ທີ່ໄດ້ທຸ້ມເທເຫືຶ່ອແຮງ, ສະຕິປັນຍາ, ມີຄວາມອົດທົນສູ້ຊົນເຂົ້າໃນວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ເພື່ອສ້າງລາຍຮັບໃຫ້ແກ່ລັດວິສາຫະກິດ ແລະ ກະຊວງ.

ພ້ອມນັ້ນ, ກໍຍັງເນັ້ນໃຫ້ ຄະນະພັກ, ຄະນະອໍານວຍການ ຜູ້ໃໝ່ ເອົາໃຈໃສ່ຄວາມສາມັກຄີເປັນເອກະພາບພາຍໃນ ໃຫ້ໜັກແໜ້ນປະຕິບັດແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ ມອບວຽກໃຫ້ບຸກຄົນຮັບຜິດຊອບ ເພື່ອຮັບປະກັນໃຫ້ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດ.

ນອກຈາກນີ້, ຕ້ອງສືບຕໍ່ດໍາເນີນທຸລະກິດໃຫ້ມີຜົນກໍາໄລ ແລະ ປະຕິບັດພັນທະຖືກຕ້ອງ ຕາມຂໍ້ກໍານົດຂອງ ກະຊວງ ວາງອອກ ແລະ ປະຕິບັດພັນທະອາກອນໃຫ້ທ່ວງທັນເວລາ, ເອົາໃຈໃສ່ ແລະ ຂະຫຍາຍຕະຫຼາດໃຫ້ກວ້າງຂວ້າງ, ປະກອບອຸປະກອນເຕັກນິກຊ່ວຍໜູນ ແລະ ກ້າວສູ່ຫັນເປັນທັນສະໄໝເທື່ອລະກ້າວ.