ພິທີປະກາດໂຍກຍ້າຍ, ແຕ່ງຕັ້ງ ພະນັກງານນໍາພາ-ບັນຊາ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2020, ເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ພ້ອມທັງມີ ຄະນະພັກ-ຄະນະກົມ, ຄະນະນໍາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການໂຍກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງ ລັດຖະມົນຕີ ກະຊວງ ປກສ ຕົກລົງໂຍກຍ້າຍ:

ພົຈວ ຄໍາສາຍ ຈັນທະວົງ ຈາກ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ຢູ່ ກົມໃຫຍ່ການເມືອງ ປກສ.

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ

ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງ ລັດຖະມົນຕີ ກະຊວງ ປກສ ຕົກລົງແຕ່ງຕັ້ງ:

ພັອ ໜູໃບ ອິນທິສານ ເປັນ ຮັກສາການ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ຜ່ານມະຕິຕົກລົງຂອງ ຄະນະພັກ ກະຊວງ ປກສ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງ ຄະນະພັກ ກະຊວງ ປກສ ຕົກລົງບົ່ງຕົວແຕ່ງ:

ສະຫາຍ ພັອ ໜູໃບ ອິນທິສານ ເປັນ ເລຂາຄະນະພັກ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.

ໃນຕອນທ້າຍ, ພົຕ ປອ ສົມຫວັງ ທໍາມະສິດ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຜູ້ເກົ່າ ທີ່ໄດ້ສ້າງໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ ຫົວໜ້າກົມຜູ້ໃໝ່ ເພີ່ມທະວີສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ, ເຮັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ປັບປຸງສ້າງພະນັກງານວິຊາການ ໃຫ້ມີຄວາມໜັກແໜ້ນທາງດ້ານວິຊາການໃຫ້ ເຮັດສໍາເລັດຕາມພາລະບົດບາດທີ່ພັກ-ລັດມອບໝາຍໃຫ້ ໃນນີ້ຕ້ອງໄດ້ມີສະຕິປັນຍາ, ມີຄວາມຮູ້ຄວາມສາມາດສູງຂຶ້ນໃຫ້ແທດເໝາະກັບສະພາບຕົວຈິງ ແລະ ຈັດຝຶກອົບຮົມວິຊາຊີບ ໃຫ້ເປັນປົກກະຕິ ພ້ອມທັງມີການທົດສອບ.

ນອກຈາກນີ້, ຕ້ອງປັບປຸງແບບແຜນວິທີການນໍາພາ, ວິທີການຄຸ້ມຄອງ, ວິທີການເຮັດວຽກ ແລະ ວິທີການດໍາລົງຊີວິດ ໃຫ້ມີອັນໃໝ່ຄຽງຄູ່ກັບ ວິວັດທະນາການທີ່ທັນສະໄໝ ແລະ ພັດທະນາທັກສະຂອງພະນັກງານ ແລະ ທັກສະການນໍາພາ-ຄຸ້ມຄອງ ເພື່ອເຮັດໃຫ້ມີການນໍາພາທີ່ດີ ແລະ ເປັນແບບຢ່າງທີ່ດີໃຫ້ກັບ ພະນັກງານ-ນັກຮົບ ແລະ ສຸມ ໃສ່ພັດທະນາ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ມີຄວາວກ້າວໜ້າຢູ່ເລື້ອຍໆ.