ເມືອງວຽງຄໍາ ແຂວງວຽງຈັນ ຈັດກອງປະຊຸມ ຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງ ປກສ ບໍລິການປະຊາຊົນ-ປກສ ກຸ່ມບ້ານ ເພື່ອເປັນການປັບປຸງກຳລັງ ດັ່ງກ່າວພາຍໃນເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃນວັນທີ 13 ກຸມພາ 2020 ຜ່ານມາ; ເປັນ ປະທານໂດຍ ພັທ ບຸນເສີດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄຳ, ມີ ທ່ານ ສວຍ ວົງສາລາດ ຮອງເຈົ້າເມືອໆວຽງຄໍາ, ພັທ ຄໍາພູວົງ ທໍາມະວົງໄຊ ຮອງຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງວຽງຈັນ, ປກສ ກຸ່ມບ້ານ, ປກສ ບ້ານ ພາຍໃນເມືອງວຽງຄໍາ ເຂົ້າຮ່ວມ.

ພັທ ບຸນເສີດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ກ່າວວ່າ:

ເອກະສານທີ່ນຳມາຝຶກອົບຮົມຄັ້ງນີ້ມີ: ຄຳສັ່ງຂອງທ່ານເຈົ້າແຂວງໆວຽງຈັນ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງວຽງຈັນ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ປກສ ບ້ານ; ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຈົດທະບຽນສຳມະໂນຄົວລາວ ແລະ ຄົນຕ່າງ ດ້າວ, ຂໍ້ຕົກລົງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ວຽກງານສືບສວນ-ສອບສວນເອົາຄຳໃຫ້ການເບື້ອງຕົ້ນ ແລະ ວຽກງານປ້ອງກັນສະຖານທີ່ເກີດເຫດ, ວຽກງານອາຊີບພິເສດ (ເອກະສານ 653/ປກສ) ແລະ ວຽກງານຄຸ້ມຄອງເປົ້າໝາຍ.

ຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ ປກສ ບໍລິການປະຊາຊົນ ເມືອງວຽງຄຳ
ຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ ປກສ ບໍລິການປະຊາຊົນ ເມືອງວຽງຄຳ

ສຳລັບການເປີດບັ້ນຝຶກອົບຮົມໄລຍະສັ້ນຄັ້ງນີ້ ເພື່ອເຮັດໃຫ້ກຳລັງ ປກສ ບ້ານ ມີຄວາມຮັບຮູ້ເຊື່ອມຊຶມ, ກຳແໜ້ນພາລະບົດບາດຂອບເຂດສິດໜ້າທີ່ຄວາມຮັບຜິດຊອບຂອງຕົນ, ເພື່ອພັດທະນາກຳລັງປ້ອງກັນຄວາມສະຫງົບຢູ່ຮາກຖານໃນແຕ່ລະດ້ານ ສາມາດຕອບສະໜອງໄດ້ຕາມໜ້າທີ່ການເມືອງໄລຍະໃໝ່ໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບ, ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບຢູ່ຮາກຖານ ມີຄວາມເປັນເອກະພາບທາງດ້ານການຈັດຕັ້ງປະຕິບັດສະ ເພາະໜ້າ ແລະ ຍາວນານ, ຫັນເອົາລະບຽບຫຼັກການໃຫ້ເປັນກົດໝາຍໃນຕໍ່ໜ້າ; ດັ່ງນັ້ນ, ກຳລັງ ປກສ ບ້ານທຸກໆສະຫາຍ ຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນບ້ານຂອງຕົນຢ່າງຕັ້ງໜ້າ ພ້ອມກັນນຳເອົາບັນດາເນື້ອໃນເອກະສານຕ່າງໆໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ທ່ວງທັນກັບເວລາ, ຖືກຕ້ອງ, ຊັດເຈນມີປະສິດທິຜົນສູງຂຶ້ນກວ່າເກົ່າ.