ສະຫຼຸບຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ປີ 2019

0
1091

ກອງປະຊຸມຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020 ເພື່ອສະຫຼຸບສັງລວມການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ພ້ອມທັງປຸກລະດົມການເປັນເຈົ້າການຂອງທຸກພາກສ່ວນ ໃນການທຳລາຍແຫຼ່ງເພາະພັນຍຸງ ໃນວັນທີ 27 ກຸມພາ 2020, ທ່ານ ນາງ ດຣ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ, ພ້ອມທັງມີບັນດາຄະນະພັກເມືອງ, ພະແນກການອ້ອມຂ້າງ ແລະ ຄະນະສາທາ 9 ຕົວເມືອງ ເຂົ້າຮ່ວມ.

ທ່ານ ນາງ ດຣ ໄຊພອນ ນັນທະພອນ ກ່າວວ່າ:

ທ່ານ ນາງ ດຣ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ

ໃນປີ 2019, ທົ່ວປະເທດ ມີຄົນເຈັບໄຂ້ຍຸງລາຍ 39.003 ກໍລະນີ ແລະ ເສຍຊີວິດ 76 ກໍລະນີ, ໃນນີ້ ນະຄອນຫຼວງວຽງຈັນ ມີກໍລະນີຄົນເຈັບສູງກ່ອນໝູ່ ເປັນອັນດັບ 1 ມີ 10.813 ກໍລະນີ ເສຍຊີວິດ 25 ກໍລະນີ, ຮອງລົງມາແມ່ນ ແຂວງສະຫວັນນະເຂດ 6.401 ກໍລະນີ ເສຍຊີວິດ 2 ກໍລະນີ ແລະ ແຂວງສາລະວັນ 3.538 ເສຍຊີວິດ 5 ກໍລະນີ.

ໃນ ນະຄອນຫຼວງວຽງຈັນ ເມືອງທີ່ມີຕົວເລກການລາຍງານສູງກວ່າໝູ່ ແມ່ນ ເມືອງໄຊທານີ ມີ 3.093 ກໍລະນີ ເສຍຊີວິດ 5 ກໍລະນີ, ຮອງລົງມາແມ່ນ ເມືອງໄຊເສດຖາ ມີ 2.143 ກໍລະນີ ເສຍຊີວິດ 5 ກໍລະນີ ແລະ ເມືອງສີໂຄດຕະບອງ ມີ 1.383 ກໍລະນີ ເສຍຊີວິດ 4 ກໍ ລະນີ.

ສໍາລັບປີ 2020, ເລີ່ມຈາກອາທິດທີ 1-8/2020 ໃນນະຄອນຫຼວງວຽງຈັນ ມີກໍລະນີລາຍງານໄຂ້ຍຸງລາຍທັງໝົດ 167 ກໍລະນີ, ໃນນີ້ ເມືອງທີ່ມີໂຕເລກລາຍງານສູງກວ່າໝູ່ ແມ່ນ ເມືອງໄຊທານີ 49 ກໍລະນີ, ໄຊເສດຖາ 24 ແລະ ເມືອງນາຊາຍທອງ 18 ກໍລະນີ (ຍັງບໍ່ມີກໍລະນີເສຍຊີວິດ).

ໃນໂອກາດນີ້, ທ່ານ ນາງ ດຣ ໄຊພອນ ນັນທະພອນ ໄດ້ເນັ້ນໃຫ້ທຸກພາກສ່ວນເປັນເຈົ້າການພ້ອມກັນໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ມາດຕະການທີ່ສໍາຄັນ ໃນການຄວບຄຸມພະຍາດ, ຫັນເອົາຊຸມຊົນເປັນກຸນແຈສໍາຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ເຊັ່ນ: ການເປັນເຈົ້າການຂອງບຸກຄົນ, ຄອບຄົວໃນການປະຕິບັດຫຼັກການ 5 ປ ດ້ວຍຕົນເອງ ເຊິ່ງຂະແໜງການສາທາລະນະສຸກ ເປັນຜູ້ເຜີຍແຜ່ ແລະ ແນະນໍາວິທີປະຕິບັດຕົວຈິງໃຫ້ແລ້ວ.

ສ່ວນການປະຕິບັດຕົວຈິງ ກໍຕ້ອງແມ່ນພາລະໜ້າທີ່ຂອງທຸກຄອບຄົວ ຕ້ອງເປັນເຈົ້າການປະຕິບັດດ້ວຍຕົນເອງ ເພາະວ່າຍຸງລາຍເກີດ ແລະ ແຜ່ພັນຢູ່ນໍາເຮືອນ ເພື່ອບໍ່ໃຫ້ມີປະຊາຊົນ, ພະນັກງານ, ສະມາຊິກພັກເປັນພະຍາດໄຂ້ຍຸງລາຍເພີ່ມຂຶ້ນຕື່ມອີກໃນຕໍ່ໜ້ານີ້ ໂດຍສະເພາະປີ 2020 ເຮັດໃຫ້ໂຕເລກການລາຍງານກໍລະນີເຈັບເປັນ ຍ້ອນ ໄຂ້ຍຸງລາຍ ໃຫ້ຫຼຸດລົງໄດ້ 70% ທຽບໃສ່ປີ 2019.