ນາງ ລີຕ້າ ອາຍຸ 30 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຍງຈັນ ເປັນຈຳເລີຍໃນສະ ຖານການສໍ້ໂກງຊັບ ແລະ ການຍັກຍອກຊັບຂອງພົນລະເມືອງ, ເຊິ່ງມີໂຈດທາງແພ່ງ 4 ຄົນ ລວມມູນຄ່າ ເສຍຫາຍ 122.547.000 ກີບ ແລະ ສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຕັດສິນໃນຕົ້ນເດືອນກຸມພານີ້ ໃຫ້ຈຳເລີຍຈຳຄຸກ 4 ປີ ປັບໃໝ 1.000.000 ກີບ. ແຕ່ສານໃຫ້ປະຕິບັດໂທດພຽງເຄິ່ງໜຶ່ງ ພ້ອມໃຊ້ແທນເງິນໃຫ້ໂຈດທາງແພ່ງຕາມທີ່ໄດ້ສໍ້ໂກງ ແລະ ຍັກຍອກມາ.

ໂຈດທາງແພ່ງ 4 ຄົນ ທີ່ຖືກຈຳເລີຍສໍ້ໂກງຊັບຂອງພົນລະເມືອງ ແລະ ການຍັກຍອກຊັບຂອງພົນລະເມືອງ ມີ: 1. ນາງ ອ່ອນຈັນ ຫຼື ຕົ່ງ ອາຍຸ 31 ປີ ຢູ່ບ້ານມຸງຄຸນ ເມືອງຫົງສາ ແຂວງໄຊຍະບູລີ; 2. ທ້າວ ບຸນທະວີ ອາຍຸ 51 ປີ ຢູ່ບ້ານດົງປາແຫຼບ ເມືອງຈັນທະບູລີ; 3. ນາງ ພອນມະນີ ອາຍຸ 34 ປີ ຢູ່ບ້ານໂນນແກ້ວ 4. ນາງ ໄມ ອາຍຸ 30 ປີ ຢູ່ບ້ານຈັນສະຫວ່າງ ທັງ 2 ຄົນ ຂຶ້ນກັບເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຈຳເລີຍໄດ້ໃຊ້ເລ່ລຽມໃນການສໍ້ໂກງ ແລະ ຍັກຍອກຊັບ ດ້ວຍວິທີການໄປຮັບເອົາສິນຄ້າໄປຂາຍຕໍ່ໃຫ້ກັບບຸກຄົນທີ່ 3 ຈຶ່ງນຳເງິນໄປຈ່າຍໃຫ້ກັບເຈົ້າຂອງເຄື່ອງສ່ວນໃດສ່ວນໜຶ່ງ ແລະ ໃຊ້ຈ່າຍສ່ວນຕົວສະແດງອອກດັ່ງນີ້.

ໃນເດືອນພຶດສະພາ ປີ 2017, ຈຳເລີຍໄດ້ເອົາຫວຍຂູດຊຽງໂຊກນຳທ້າວ ບຸນທະວີ ຈໍານວນ 25.000.000 ກີບ. ແຕ່ຈຳເລີຍຈະໄດ້ 12 % ຂອງມູນຄ່າ, ເມື່ອໄດ້ຫວຍຂູດແລ້ວກໍເອົາໄປໃຫ້ທ້າວ ບ່ອບ ທີ່ພັກເຊົ່າຢູ່ບ້ານນາໄຊ ເມືອງໄຊເສດຖາ ຈໍານວນ 5.000.000 ກີບ ໂດຍຄິດໄລ່ໃຫ້ທ້າວ ບ່ອບ 8% ຂອງມູນຄ່າ. ຈາກນັ້ນ, ທ້າວ ບ່ອບ ໄດ້ຈ່າຍເງິນໃຫ້ກັບຈຳເລີຍ 1.000.000 ກີບ ສ່ວນທີ່ຍັງເຫຼືອແມ່ນຕິດໜີ້ໄວ້ ແລະ ຈຳເລີຍຍັງໄດ້ເອົາຫວຍຂູດໃຫ້ນາງ ເເສງ ຢູ່ບ້ານນາຊາຍເໜືອ ຈໍານວນ 5.000.000 ກີບ, ເຊິ່ງນາງ ແສງ ກໍຈ່າຍເງິນໃຫ້ກັບຈຳເລີຍ 1.000.000 ກີບ, ຍັງເຫຼືອ 3.500.000 ກີບ, ສ່ວນຫວຍຂູດທີ່ຍັງເຫຼືອຈໍານວນ 15.000.000 ຈຳເລີຍແມ່ນເອົາໄປຂາຍເອງ. ຈາກນັ້ນ, ຈຳເລີຍ ໄດ້ເອົາເງິນໄປສົ່ງຄືນໃຫ້ທ້າວ ບຸນທະວີ 11.500.000 ກີບ ຍັງຕິດໜີ້ 11.000.000 ກີບ ເພາະວ່າຜູ້ທີ່ຈຳເລີຍເອົາຫວຍຂູດໄປຂາຍໃຫ້ແມ່ນຍັງຕິດໜີ້ 7.200. 000 ກີບ, ສ່ວນທີ່ເຫຼືອ 3.800.000 ກີບ ຈຳເລີຍເອົາໄປໃຊ້ຈ່າຍສ່ວນຕົວໝົດ.

ຕໍ່ມາວັນທີ 25 ພຶດສະພາ 2017, ຈຳເລີຍໄດ້ຮັບເອົາຫວຍຂູດນໍານາງ ພອນມະນີ ຈໍານວນ 25.000.000 ກີບ ຈະໄດ້ 12 %. ຈາກນັ້ນ, ຈຳເລີຍໄດ້ເອົາຫວຍເພີ່ມໃນວັນທີ 30 ມິຖຸນາ 2017 ຈໍານວນ 75.000.000 ກີບ ລວມເປັນເງິນທັງໝົດ 100.000. 000 ກີບ ພາຍຫຼັງໄດ້ຫວຍມາແລ້ວ ຈຳເລີຍເອົາໄປໃຫ້ ນາງ ພອນ ທີ່ພັກເຊົ່າຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ໂດຍຄິດໄລ່ໃຫ້ ນາງ ພອນ 9%. ຫຼັງຈາກນັ້ນ, ນາງພອນ ໄດ້ເອົາໃບ ຫວຍໄປຄືນໃຫ້ກັບຈຳເລີຍ 6.930.000 ກີບ ເມື່ອໄດ້ເງິນ ແລ້ວຈຳເລີຍກໍເອົາໄປສົ່ງໃຫ້ນາງ ພອນມະນີ 6.930.000 ກີບ, ສວ່ນທີ່ຍັງເຫຼືອຈໍານວນ 81.091.000 ກີບ ເພາະ ນາງ ພອນ ຍັງບໍ່ທັນໄດ້ຈ່າຍໃຫ້ຈຳເລີຍ, ໃນເດືອນມິຖຸນາ 2017 ຈຳເລີຍໄດ້ເອົາຫວຍຂູດນຳນາງ ໄມ ຈໍານວນ 25.000.000 ກີບ ຈ່າຍກອນ 10.000.000 ກີບ. ຈາກນັ້ນ, ກໍເອົາໄປຈ່າຍອີກ 4.000.000 ກີບ ຍັງຄ້າງນາງ ໄມ 8.500.000 ກີບ.
ວັນທີ 10 ຕຸລາ 2017 ຈຳເລີຍໄດ້ຕິດຕໍ່ຊື້ສິ້ນຝ້າຍຈໍານວນ 277 ຊຸດ ນຳນາງ ອ່ອນຈັນ ຕົກລົງລາຄາຊຸດລະ 90.000 ກີບ ລວມເປັນເງິນ 24.930.000 ກິບ, ເມື່ອຮັບເຄື່ອງແລ້ວ ນາງ ອ່ອນຈັນ ໄດ້ກຳນົດໃຫ້ຈຳເລີຍ ຈ່າຍພາຍໃນ 3 ວັນ. ຖ້າກາຍກຳນົດແມ່ນຈະໄລ່ເປັນຊຸດລະ 107.000 ກີບ, ເມື່ອຮັບເຄື່ອງແລ້ວຈຳເລີຍໄດ້ເອົາໄປຂາຍໃຫ້ນາງ ຫຼ້າ ຢູ່ຕ່າງແຂວງ ເມື່ອນາງ ຫຼ້າ ຮັບເຄື່ອງໄດ້ເງິນຈຳນວນ 11.000.000 ກີບ. ແຕ່ຈຳເລີຍ ບໍ່ເອົາໄປຈ່າຍໃຫ້ນາງ ອ່ອນຈັນ ແຕ່ເອົາໄປໃຊ້ຈ່າຍສ່ວນຕົວໝົດ. ມາຮອດວັນທີ 25 ເມສາ 2018, ຈຳເລີຍ ກໍຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີ. ລວມເງິນທີ່ຈຳເລີຍສໍ້ໂກງຊັບຂອງພົນລະເມືອງ ແລະ ການຍັກຍອກຊັບຂອງພົນລະເມືອງຈຳນວນ 122. 547.000 ກີບ.