ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງຫຼວງນໍ້າທາ ໄດ້ກັກຕົວຄົນຮ້າຍທີ່ເຄື່ອນໄຫວຊອກລັກຊັບພົນລະເມືອງ (ລົດຈັກ) ພາຍຫຼັງທີ່ໄດ້ຮັບແຈ້ງ ສາມາດກັກຕົວຊາຍອາຍຸ 20 ປີ ກ່ອນຂະຫຍາຍຜົນຕິດຕາມຈັບຜູ້ທີ່ຮ່ວມກັນກໍ່ເຫດໃນການລັກລົດໄດ້ອີກ 1 ຄົນໄປດຳເນີນຄະດີ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນວັນທີ 3 ກຸມພາ 2020, ໄດ້ຮັບການ ແຈ້ງຄວາມວ່າ ມີຄົນຮ້າຍກໍາລັງເຄື່ອນໄຫວລັກຊັບພົນລະເມືອງ ແລະ ທຳລາຍ ຫຼື ເຮັດຊັບເປ່ເພໂດຍເຈຕະນາ. ດັ່ງນັ້ນ, ທາງເຈົ້າໜ້າທີ່ພະແນກຕໍາຫຼວດ ຈຶ່ງໄດ້ຈັດຕັ້ງພະນັກງານວິຊາສະເພາະອອກກວດກາ ພົບເຫັນຜູ້ຖືກຫາຊື່ ທ້າວ ລີ ອາຍຸ 20 ປີ ກ່ອນທໍາການການສອບສວນ ສາມາດຂະຫຍາຍຜົນໄດ້ຜູ້ຮ່ວມ ຂະບວນການອີກ 1 ຄົນ ຊື່ ທ້າວ ເຊັງ ອາຍຸ 16 ປີ ພວກກ່ຽວທັງ 2 ຄົນແມ່ນ ຢູ່ບ້ານໄຊພັດທະນາ ເມືອງເມີ່ງ ແຂວງບໍ່ແກ້ວ.

ຜ່ານການສອບສວນຂອງເຈົ້າໜ້າພະແນກຕໍາຫຼວດ ປກສ ເມືອງຫຼວງນໍ້າທາ ເຫັນວ່າທັງ 2 ຄົນໄດ້ກໍ່ເຫດລັກຊັບພົນລະເມືອງ ປະເພດລົດຈັກມາແລ້ວ 4 ຄັ້ງ. ປັດຈຸບັນ, ຄະດີດັ່ງກ່າວແມ່ນກໍາລັງດໍາເນີນການສອບສວນ ເພື່ອເລັ່ງຕິດຕາມເປົ້າໝາຍທີ່ມີການພົວພັນ ແລະ ນໍາຕົວໄປດໍາເນີນຄະດີ.