ຄະນະສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາສໍານວນຄະດີອາຍາ ຈຳນວນ 4 ເລື່ອງ ມີຈຳເລີຍ 4 ຄົນ ໃນສະຖານການມີຢາເສບຕິດໄວ້ໃນຄອບຄອງເພື່ອເສບປະເພດຢາບ້າຂຶ້ນມາພິຈາລະນາໃນກາງເດືອນກຸມພາ 2020. ຜ່ານການວິນິດໄສແລ້ວໄດ້ຕັດສິນ 2 ຈຳເລີຍຈຳຄຸກຜູ້ລະ 5 ປີ ແລະ ຕັດສິນອິກ 2 ຈຳເລີຍ ຜູ້ລະ 2 ປີ ພ້ອມທັງປັບໃໝຜູ້ລະ 10 ລ້ານກີບ.

ອົງການໄອຍະການປະຊາຊົນນະ ຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ຄະນະສານວ່າ: ເລື່ອງທີ 1: ຈໍາເລີຍ ຊື່ທ້າວ
ສາຍຟ້າ ຫຼື ເລ້ ອາຍຸ 34 ປີ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ຈຳເລີຍໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ເລີ່ມເສບຢາບ້າມາແຕ່ເດືອນກຸມພາ 2019, ເສບມື້ລະ 1-2 ເມັດ ແລະ ຢາບ້າທີ່ຊື້ມາເສບໃນແຕ່ລະຄັ້ງແມ່ນຊື້ນໍາໄວລຸ້ນບໍ່ຮູ້ຊື່ຢູ່ຮ້ານເກມ ເຂດບ້ານສີໄຄ ພາຍຫຼັງທີ່ໄດ້ຢາບ້າແລ້ວ ກໍນໍາໄປເສບຄົນດຽວ; ມາຮອດວັນທີ 20 ມິຖຸນາ 2019 ຜູ້ກ່ຽວໄດ້ໄປຊື້ຢາບ້າອີກຈໍານວນ 8 ເມັດ ເພື່ອຈະນໍາໄປເສບຄືຄັ້ງຜ່ານມາ ແຕ່ກໍຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງກ່ອນ.

ເລື່ອງທີ 2: ຈໍາເລີຍ ຊື່ທ້າວ ບຸດຕາຄົມ ຫຼື ບີ້ ອາຍຸ 30 ປີ ບ້ານສີຖານ ເມືອງສີໂຄດຕະບອງ ເລີ່ມເສບຢາບ້າມາແຕ່ປີ 2016 ເປັນຕົ້ນມາ ຢາບ້າທີ່ຊື້ມາເສບແມ່ນຊື້ນໍາ ທ້າວ ເຕື່ອຍ ອາຍຸ 32 ປີ (ບໍ່ຮູ້ບ້ານ) ຢູ່ຕາມຮ້ານເກມເຂດນາຄໍາ ເມືອງສີໂຄດຕະບອງ ໂດຍຊື້ຄັ້ງລະ 50 ເມັດ ຫຼາຍຄັ້ງ ເມື່ອໄດ້ຢາບ້າມາແລ້ວ ກໍນໍາໄປເສບຢູ່ຕາມເຮືອນພັກ ແລະ ບາງຄັ້ງກໍເສບຢູ່ຕາມຮ້ານເກມເລີຍ, ເສບມື້ລະ 5-10 ເມັດ; ມາຮອດວັນທີ 29 ພຶດສະພາ 2019 ເວລາປະມານ 21:00 ໂມງ ໄດ້ອອກໄປຫຼິ້ນເກມຢູ່ຮ້ານເກົ່າອີກ ແລ້ວໂທລະສັບຫາ ທ້າວ ເຕື່ອຍ ໃຫ້ເອົາຢາບ້າມາສົ່ງໃຫ້ ຈໍານວນ 70 ເມັດ ແລະ ເມື່ອຜູ້ກ່ຽວໄດ້ຢາບ້າແລ້ວ ກໍນໍາໄປເສບຢູ່ໃນຫ້ອງນໍ້າ (ຮ້ານເກມ) ຈໍານວນ 3 ເມັດ. ພໍຮອດເວລາ 23:00 ໂມງ ຜູ້ກ່ຽວກໍຖືກເຈົ້າໜ້າທີ່ກັກຕົວພ້ອມຢາບ້າ ຈໍານວນ 67 ເມັດ ໄປສອບສວນ.

ເລື່ອງທີ 3: ຈໍາເລີຍ ຊື່ ທ້າວ ອ້ຽມ ອາຍຸ 28 ປີ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ສາລະພາບວ່າ: ເລີ່ມເສບຢາບ້າມາແຕ່ປີ 2009 ໂດຍຊື້ນໍາໄວລຸ້ນ ເຂດບ້ານຕາດທອງ ຄັ້ງລະ 10-20 ເມັດ ເມື່ອໄດ້ຢາບ້າມາແລ້ວກໍຈະນໍາໄປເສບຢູ່ປ່າຂອບເຂດບ້ານ. ວັນທີ 8 ເມສາ 2019 ເວລາປະມານ 21:00 ໂມງ ໄດ້ໄປຊື້້ຢາບ້ານໍາຊາຍຄົນເກົ່າ ຈໍານວນ 32 ເມັດ ແລ້ວໄປຫຼິ້ນເກມຢູ່ ບ້ານໂນນຂີ້ເຫຼັກ. ໃນຂະນະທີ່ອອກຈາກຮ້ານເກມ ໄດ້ປະມານ 5 ນາທີ ກໍຖືກເຈົ້າໜ້າທີ່ຈັບຕົວພ້ອມຢາບ້າຈໍານວນດັ່ງກ່າວ.

ເລື່ອງທີ 4: ຈໍາເລີຍ ຊື່ ທ້າວ ກັນຍາ ຫຼື ໝູ ອາຍຸ 34 ປີ ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ໄດ້ເລີ່ມເສບຢາ ບ້າມາແຕ່ເດືອນມີນາ 2019 ເສບມື້ລະ 2 ເມັດ ໂດຍຊື້ນໍາໄວລຸ້ນເຂດບ້ານສິມມະໂນ ເມືອງຫາດຊາຍຟອງ ແລະ ຊື້ນໍາ ນາງ ລີ ອາຍຸ 65 ປີ ຢູ່ບ້ານຕາດທອງ ເມື່ອໄດ້ຢາບ້າແລ້ວກໍນໍາໄປເສບຢູ່ເຮືອນ. ຈາກນັ້ນ, ວັນທີ 21 ພຶດ ສະພາ 2019 ຜູ້ກ່ຽວໄດ້ໄປຊື້ຢາບ້ານໍາ ນາງ ລີ ອີກ ຈໍານວນ 14 ເມັດ ແຕ່ບໍ່ທັນໄດ້ເສບ ກໍຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານພາວະວິໄສແລ້ວ ເຫັນວ່າ: ການກະທໍາຂອງພວກຈໍາເລີຍທັງ 4 ຄົນ ແມ່ນມີຫຼັກຖານຮັດກຸມໜັກແໜ້ນ ແລະ ຢັ້ງຢືນວ່າ ເປັນການກະທໍາຜິດທາງອາຍາໃນສະຖານການມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ (ຢາບ້າ) ເຊິ່ງເປັນການກະທໍາຜິດທີ່ແຕ່ຕ້ອງຕໍ່ເສດຖະກິດຂອງຊາດ ເຮັດໃຫ້ສັງຄົມບໍ່ມີຄວາມຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມທີ່ກໍານົດໄວ້ປະມວນກົດໝາຍອາຍາ ມາດຕາ 320 ວັກ 03; ເປັນການກະທໍາຜິດ ໂດຍເຈດຕະນາ ເນື່ອງຈາກວ່າຈໍາເລີຍ ມີຄວາມຕັ້ງໃຈມີຢາບ້າໄວ້ໃນຄອບຄອງ ເພື່ອເສບທັງທີ່ຮູ້ດີວ່າ ເປັນການກະທໍາ ຜິດທາງອາຍາ ແລະ ຢາເສບຕິດແມ່ນກົດໝາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ ແລະ ຂົນສົ່ງໂດຍເດັດຂາດ.

ນອກນັ້ນ, ພວກກ່ຽວຍັງເປັນບຸກຄົນທີ່ມີສໍາປະຊັນຍະສົມບູນດີ, ບໍ່ເປັນຄົນບ້າເສບຈິດ ແລະ ເຖິງກະສຽນທາງອາຍາແລ້ວ ດ້ວຍເຫດຜົນດັ່ງກ່າວ ຄະນະສານຈຶ່ງໄດ້ພິຈາລະນາຕັດສິນລົງໂທດຕັດອິດສະຫຼະພາບໃຫ້ຈໍາເລີຍ 1 ( ທ້າວ ສາຍຟ້າ) ແລະ ຈໍາເລີຍ 4 (ທ້າວ ກັນຍາ) ຜູ້ລະ 2 ປີ. ສ່ວນ ຈໍາເລີຍ 2 (ທ້າວ ບຸດຕາຄົມ) ແລະ ຈໍາເລີຍ 3 ( ທ້າວ ອ້ຽມ) ຈຳຄຸກຜູ້ລະ 5 ປີ ພ້ອມທັງ ປັບໃໝຈໍາເລີຍທັງ 4 ຄົນ ຜູ້ລະ 10.000.000 ກີບ.