ອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ສະຫຼຸບວຽກງານຈັດຕັ້ງ, ປັບປຸງ ແລະ ກໍ່ສ້າງພັກ-ພະນັກງານ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020 ໃນວັນທີ 3 ມີນາ 2020, ເປັນປະທານໂດຍ ສະຫາຍ ສົມມາດ ພົນເສນາ ກໍາມະການສູນກາງພັກ ເລຂາອົງຄະນະພັກ ລັດຖະມົນຕີ ກະຊວງ ກຊສ, ພ້ອມທັງມີ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ໄຊຍະເວດ ວິໄຊ ຄະນະປະຈໍາພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກ່າວວ່າ:

1 ປີຜ່ານມາ, ໄດ້ຊີ້ນໍາ-ນໍາພາ ການຂຶ້ນແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ແມ່ນອີງໃສ່ມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ວຽກງານສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ໃນການຈັດຕັ້ງປະຕິບັດ.

ໃນນີ້, ໄດ້ບໍາລຸງ-ກໍ່ສ້າງພະນັກງານ ແມ່ນຄັດເລືອກເອົາພະນັກງານ ດ້ວຍການທົດສອບວຽກງານຕົວຈິງ ຢູ່ພາຍໃນກົມກອງ ເພື່ອເປັນບ່ອນອີງໃນການເລືອກເຟັ້ນພະນັກງານ ໄປບໍາລຸງ-ກໍ່ສ້າງ ຢ່າງເປັນລະບົບ, ຮັບປະກັນຫຼັກສະນະສືບທອດ ແລະ ຕໍ່ເນື່ອງ.

ອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ)

ການຫັນເອົາພະນັກງານ ລົງໄປກໍ່ສ້າງຢູ່ຂັ້ນຮາກຖານ ແລະ ລົງຊຸກຍູ້ວຽກຢູ່ບັນດາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໂດຍການຝຶກອົບຮົມວຽກງານວິຊາສະເພາະ ຢ່າງເປັນປົກກະຕິ, ຄຽງຄູ່ກັນນີ້ ຍັງໄດ້ສົ່ງພະນັກງານ ໄປບໍາລຸງດ້ານຕ່າງໆ ເຊັ່ນ:

  • ບຳລຸງທິດສະດີການເມືອງ ແລະ ການປົກຄອງ ລະບົບ 5 ເດືອນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 2 ສະຫາຍ
  • ບໍາລຸງທິດສະດີການເມືອງ ຢູ່ ສປ ຈີນ 1 ສະຫາຍ
  • ບໍາລຸງພາສາອັງກິດ ຢູ່ສະຖາບັນການຕ່າງປະເທດ 1 ສະຫາຍ
  • ໄປແລກປ່ຽນບົດຮຽນ ແລະ ພຶດຕິກໍາ ຊຸດທີ 2 ໄດ້ 3 ສະຫາຍ

ນອກຈາກນັ້ນ, ຍັງໄດ້ຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະມາຊິກພັກ, ພະນັກງານ ທີ່ເຮັດວຽກກວດກາຂອງ ບັນດາກົມກອງ ໄດ້ 27 ສະຫາຍ ຍິງ 6 ສະຫາຍ, ຝຶກອົບຮົມພາສາຫວຽດນາມ ໃຫ້ສະມາຊິກພັກ-ພະນັກງານ ໄດ້ 14 ສະຫາຍ ຍິງ 4 ສະຫາຍ ແລະ ໄດ້ສໍາເລັດການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ IV ໄດ້ 26 ສະຫາຍ ຍິງ 10 ສະຫາຍ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ຈະສືບຕໍ່ວຽກງານຂະຫຍາຍພັກ ໃຫ້ມີຄຸນນະພາບ ບົນພື້ນຖານ 5 ຫຼັກການ ແລະ 3 ທິດຊີ້ນໍາໃນການກໍ່ສ້າງພັກ ໂດຍເລີ່ມຈາກໜ້າທີ່ວຽກງານຕົວຈິງ ແລະ ເລືອກເອົາມະຫາຊົນຜູ້ທີ່ມີຜົນງານຕົວຈິງເຂົ້າພັກ, ພ້ອມນັ້ນ ກໍຕ້ອງຄົ້ນຄວ້າພິຈາລະນານໍາສົ່ງສະມາຊິກພັກ ທີ່ມີມາດຖານເງື່ອນໄຂ ເຂົ້າຮ່ວມບໍາລຸງທິດສະດີການເມືອງ-ການປົກຄອງ ແຕ່ລະລະບົບ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.