ທ້າວ ບຸນເທິງ ອາຍຸ 35 ປີ ຢູ່ບ້ານມຸນເມືອງ ເມືອງໄຊ ແຂວງອຸດົມໄຊ ເປັນຈໍາເລີຍ ໃນສະຖານການສໍ້ໂກງຊັບ ດ້ວຍຮູບການແອບອ້າງສາມາດຊອກທຶນການສຶກສາ ຫຼື ໂກຕ້າວິຊາຊີບໃຫ້ກັບຜູ້ສົນໃຈ ແລະ ມີຜູ້ຫຼົງເຊື່ອ 20 ທຶນ ລວມຄ່າເສຍຫາຍ 261.000.000 ກີບ. ຜ່ານການຄົ້ນຄວ້າຂອງຄະນະສານປະຊາຊົນແຂວງອຸດົມໄຊ ຈຶ່ງເຫັນຄວນຕັດສິນໃນທ້າຍເດືອນກຸມພານີ້ ໂດຍຈຳຄຸກ 8 ປີ, ປັບໃໝ 50.000.000 ກີບ ໃນເດືອນກຸມພາຜ່ານມາ ພ້ອມທັງໃຫ້ຈຳເລີຍທົດແທນເງິນຄືນໃຫ້ກັບໂຈດທາງແພ່ງໃຫ້ຄົບ.

ຈຳເລີຍ ໄດ້ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງປະຊາຊົນ ໂດຍແອບອ້າງ ສາມາດແລ່ນເອົາທຶນການສຶກສາ ຫຼື ໂກຕ້າວິຊາຊີບຈາກຂະແໜງຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ກັບຜູ້ທີ່ສົນໃຈ ແລ້ວໃຫ້ຄົນຮູ້ຈັກເປັນຄົນຂົນ ຂວາຍ ເອົາຄົນທີ່ຢາກໄປຮຽນຕໍ່ວິຊາຊີບ ເຊັ່ນ: ຮຽນຄູ, ຮຽນແພດ, ເປັນທະຫານ, ເປັນຕຳຫຼວດ ຫຼື ໄປສຶກສາຕໍ່ຢູ່ ສສ ຫວຽດນາມ ເມື່ອຄົນຮູ້ຈັກຄົນທີ່ສົນໃຈຢາກໄປຮຽນຕາມແຕ່ລະຂະແໜງທີ່ກ່າວມານັ້ນ ຈຳເລີຍກໍໄດ້ໃຊ້ວິທີການໃຫ້ຜູ້ຫຼົງເຊື່ອວາງມັດຈຳໃນວົງເງິນຜູ້ລະ 3.000.000-19.000.000 ກີບ. ຕາມແຕ່ລະຂະແໜງການ ເມື່ອໄດ້ເງິນແລ້ວ ຈຳເລີຍແມ່ນບໍ່ມີຄວາມສາມາດແລ່ນທຶນຕ່າງໆໄດ້ ເມື່ອພວກໂຈດທາງແພ່ງຈຳນວນ 20 ຄົນ ຮູ້ວ່າ: ບໍ່ໄດ້ດັ່ງທີ່ຫວັງ ກໍມາໄຖ່ຖາມເອົາເງິນຄືນ ແຕ່ຈຳເລີຍບໍ່ສົ່ງເງິນຄືນໃຫ້ກັບເຂົາເຈົ້າ ລວມມູນຄ່າເສຍຫາຍທັງໝົດ 261.000.000 ກີບ ຈາກພຶດຕິກຳດັ່ງກ່າວ ມັນໄດ້ສະແດງອອກໃນລະຫວ່າງເດືອນກໍລະກົດ 2017-ເດືອນກັນຍາ 2019 ດັ່ງນີ້.

  • ໂຈດທາງແພ່ງ 1 ແລະ 2 ໄດ້ມັດຈຳເງິນຜູ້ລະ 7.000.000 ກີບ;
  • ໂຈດທາງແພ່ງ 3 ແລະ 4 ຜູ້ລະ 19.000.000 ກີບ;
  • ໂຈດທາງແພ່ງ 5-6-7 ຜູ້ລະ 18.000.000 ກີບ;
  • ໂຈດທາງແພ່ງ 8 ຈໍານວນ 19.000.000 ກີບ;
  • ໂຈດທາງແພ່ງ 9-10-11-12-13-14 ຜູ້ລະ 13.000.000 ກີບ;
  • ໂຈດທາງແພ່ງ 15 ຈຳນວນ 10.000.000 ກີບ;
  • ໂຈດທາງແພ່ງ 16 ຈຳນວນ 15.000.000 ກີບ;
  • ໂຈດທາງແພ່ງ 17 ຈຳນວນ 14.000.000 ກີບ;
  • ໂຈດ ທາງແພ່ງ 18 ຈຳນວນ 12.000.000 ກີບ;
  • ໂຈດທາງແພ່ງ 19 ຈຳນວນ 10.000.000 ກີບ;
  • ໂຈດທາງແພ່ງ 20 ຈຳນວນ 3.000.000 ກີບ
  • ລວມມູນຄ່າທັງໝົດທີ່ຈຳເລີຍສໍ້ໂກງໄປ ຈຳນວນ 261.000.000 ກີບ ມາຮອດວັນທີ 29 ມັງກອນ 2019, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວມາດໍາເນີນຄະດີ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະ ອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ເຫັນວ່າ: ການກະທໍາຂອງທ້າວ ບຸນເທິງ (ຈໍາເລີຍ) ໃນຄັ້ງນີ້ ເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ ພາກສະເພາະໃນໝວດທີ 5 ວ່າດ້ວຍການກະທໍາຜິດຕໍ່ກໍາມະສິດໃນຂໍ້ຫາ: ການສໍ້ໂກງຊັບ ຕາມມາດຕາ 233 ວັກ 2 ແຕ່ໃນກໍລະນີເອົາການສໍ້ໂກງຊັບເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະຫຼະ ພາບແຕ່ 3-8 ປີ ແລະ ຈະຖືກ ປັບໃໝແຕ່ 10.000.000-50.000.000 ກີບ.

ຈຳເລີຍ ມີເຈດຕະນາກະທໍາຜິດ ໂດຍບໍ່ເຄົາລົບລະບຽບກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມທີ່ແຕະຕ້ອງຕໍ່ກໍາມະສິດ, ເຊິ່ງມັນສະແດງອອກໃນເວລາຈໍາເລີຍໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ດ້ວຍຮູບ ການໂຄສະນາແອບອ້າງວ່າ ສາມາດແລ່ນເອົາທຶນໃຫ້ລູກຫຼານພວກໂຈດທາງແພ່ງເຂົ້າເຮັດວຽກເຂົ້າເປັນທະຫານ, ຕໍາຫຼວດ, ແລ່ນທຶນໃນແຜນ 100 ເຂົ້າຮຽນຕໍ່ວິຊາຊີບ, ຄູ, ແພດ ແລະອື່ນໆ. ແຕ່ຕ້ອງຈ່າຍເງິນໃຫ້ຈໍາເລີຍລ່ວງ ໜ້າກ່ອນ ເມື່ອໂຈດທາງແພ່ງຫຼົງເຊື່ອແລ້ວມອບເງິນໃຫ້. ຈໍາເລີຍ ກໍເອົາເງິນໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍໝົດ ເມື່ອພວກໂຈດທາງແພ່ງໄປທວງຖາມເອົາເງິນຄືນ ຈໍາເລີຍ ບໍ່ສາມາດໃຊ້ແທນເງິນຄືນໄດ້ການກະທໍາຂອງຈໍາເລີຍ ໃນຄັ້ງນີ້ໄດ້ສ້າງຄວາມເສຍຫາຍຕໍ່ກໍາມະສິດຂອງບຸກຄົນອື່ນ. ດັ່ງນັ້ນ, ຈໍາເລີຍຕ້ອງຮັບຜິດຊອບຕໍ່ກັບການກະທໍາຜິດຂອງຈໍາເລີຍໄດ້ກໍ່ຂຶ້ນ.