ໃນໄລຍະຜ່ານມາ, ພັກ-ລັດຖະບານ ໄດ້ອອກຄໍາສັ່ງເລກທີ 15/ນຍ ວ່າດ້ວຍຂໍ້ຫ້າມຕັດ ແລະ ຂຸດຄົ້ນໄມ້ທຸກຊະນິດ. ຖ້າບໍ່ດັ່ງນັ້ນຈະຖືກປັບໃໝ ແລະ ລົງໂທດຕາມລະບຽບກົດ ໝາຍ ແຕ່ເຫດການດັ່ງກ່າວ. ສໍາລັບແຂວງຫຼວງນໍ້າທາ ກໍໄດ້ຈັດຕັ້ງປະຕິບັດຄໍາສັ່ງຢ່າງຕັ້ງໜ້າ, ແຕ່ກໍຍັງເກີດມີກຸ່ມຄົນບໍ່ດີຈຳນວນບໍ່ໜ້ອຍທີ່ເຄື່ອນໄຫວລັກລອບຊື້-ຂາຍ ແລະ ຂົນສົ່ງ ຄື: ດັ່ງເຫດການລົດບັນທຸກ 6 ລໍ້ທີ່ລັກລອບຂົນສົ່ງໄມ້ດູ່ 32 ທ່ອນ ເສຍຫຼັກເກີດອຸບັດຕິເຫດຕໍາໃສ່ເຮືອນຂອງປະຊາຊົນ.

ຕຳຫຼວດຈະລາຈອນ ປກສ ເມືອງນາແລ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງວ່າ ມີລົດບັນທຸກ 6 ລໍ້ ສີຂາວ ພ້ອມໄມ້ທ່ອນຈໍານວນໜຶ່ງໄດ້ເກີດເສຍຫຼັກຖອຍຕໍາເຮືອນປະຊາຊົນ ເຈົ້າໜ້າທີ່ໄດ້ຈັດກໍາລັງວິຊາສະ ເພາະລົງກວດກາສະຖານທີ່ເກີດເຫດ ໂດຍຜ່ານການກວດກາສະຖານທີ່ ແລະ ເກັບກໍາຂໍ້ມູນຫຼັກຖານ ຈຶ່ງຮູ້ວ່າ: ຜູ້ຂັບຂີ່ຊື່ ທ້າວ ອ່ອນສີ ອາຍຸ 35 ປີ ບ້ານລ່ອງແຄນ ເມືອງນາແລ ພ້ອມດ້ວຍພັກພວກອີກ 4 ຄົນ ໃຫ້ການວ່າ: ກ່ອນເກີດເຫດຕົນພ້ອມໝູ່ອີກ 4 ຄົນ ໄດ້ພາກັນໄປຊື້ໄມ້ດູ່ແປຮູບຢູ່ເຂດບ້ານນໍ້າເປາະ ເມືອງຜາອຸດົມ ແຂວງບໍ່ແກ້ວ ຈໍານວນ 32 ທ່ອນ ທ່ອນລະປະມານ 2 ແມັດກ້ອນ ພາຍຫຼັງທີ່ຊື້ ແລະ ຂົນຂຶ້ນລົດສໍາເລັດແລ້ວ ກໍຂັບຂີ່ລົດມຸ່ງໜ້າໄປທາງບ້ານດອນຊາຍ ເມືອງນາແລ. ພໍມາຮອດເສັ້ນທາງຄ້ອຍຊັນ ເຂດບ້ານຄອນຈັນ ເມືອງນາແລ ລົດໄດ້ເກີດເສຍຫຼັກໄຫຼກັບຫຼັງຄືນ ແລ້ວໄປຕຳໃສ່ເຮືອນຂອງປະຊາຊົນ ເຮັດໃຫ້ເສົາເຮືອນ ແລະ ຝາເຮືອນເສຍຫາຍຫຼາຍສົມຄວນ. ເຫດການຄັ້ງນີ້ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ແລະ ເສຍຊີວິດ. ຈາກນັ້ນ, ເຈົ້າໜ້າ ທີ່ກໍໄດ້ກັກລົດ ແລະ ຢຶດໄມ້ທ່ອນຈໍານວນດັ່ງກ່າວໄວ້.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ນໍາລົດຄັນດັ່ງກ່າວໄປເກັບຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງ ສ່ວນໄມ້ດູ່ຈຳນວນ 32 ທ່ອນ ແມ່ນໄດ້ມອບໃຫ້ຫ້ອງການກະສິກຳເມືອງດຳເນີນການກວດກາເອົາຂໍ້ມູນ ເນື່ອງຈາກວ່າບໍ່ມີເອກະ ສານຖືກຕ້ອງ ແລະ ຜູ້ຂັບຂີ່ ພ້ອມດ້ວຍຜູ້ຮ່ວມຂະບວນການ ແມ່ນຍັງຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນ.