ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ພິຈາລະນາຄະດີອາຍາ 2 ເລື່ອງ ສະຖານການຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ຈຳເລີຍຜູ້ທີ 1 ຊື່ທ້າວ ໄມ່ອິ່ນແກ້ວ ອາຍຸ 67 ປີ ຢູ່ບ້ານຫ້ວຍລໍ ເມືອງແບງ ແລະ ຈຳເລີຍຜູ້ທີ 2 ຊື່ທ້າວ ຕົງ ອາຍຸ 57 ປີ ຢູ່ບ້ານໂພນສະຫວາດ ເມືອງຮຸນ ທັງ 2 ຈຳເລີຍ ຂຶ້ນກັບແຂວງອຸດົມໄຊ ໂດຍສານໄດ້ຕັດສິນຈຳເລີຍຜູ້ທີ 1 ຈຳຄຸກ 3 ປີ ປັບໃໝ 6.000.000 ກີບ ແລະ ຕັດສິນຈຳເລີຍຜູ້ທີ 2 ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ໃນທ້າຍເດືອນກຸມພາ ທີ່ຜ່ານມາ.

ໃນຫ້ອງປະຊຸມສານ ອົງການໄອຍະການປະຊາຊົນ ໄດ້ຖະແຫຼງການກະທຳຜິດຂອງພວກຈຳເລີຍ ໂດຍໃຫ້ຮູ້ກ່ຽວກັບເນື້ອໃນຄະດີຂອງ ທ້າວ ໄມ່ອິ່ນແກ້ວ (ຈຳເລີຍເລື່ອງທີ1) ວ່າ: ໃນວັນທີ 27 ກໍລະກົດ 2019 ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງແບງ ໄດ້ລົງຕັ້ງຈຸດກວດກາຢູ່ຫຼັກກິໂລແມັດທີ 67 ເຂດບ້ານສາມກາງ ເມືອງແບງຫາເມືອງຮຸນ; ເຊິ່ງໄດ້ກວດຄົ້ນລົດ ທ້າວ ໄມ່ອິ່ນແກ້ວ ເປັນລົດຈັກຍີ່ຫໍ້ HONDA 70 ສີແດງ ບໍ່ມີໝາຍເລກທະບຽນ ທີ່ໄປແຕ່ທາງເມືອງຮຸນ ພົບເຫັນຢາບ້າ ຈໍານວນ 187 ເມັດ ຢູ່ໃນໂສ້ງຊ້ອນໃນຂອງຈຳເລີຍ ພ້ອມໂທ ລະສັບມືຖືຍີ່ຫໍ້ Unitel ສີດໍາ ແລະ ເງິນ 321.000 ກີບ ໄປສອບສວນ.

ທ້າວ ໄມ່ອິ່ນແກ້ວ ສາລະພາບວ່າ: ວັນທີ 27 ກໍລະກົດ ໄດ້ຂັບລົດຈັກດັ່ງກ່າວ ໄປຊອກຊື້ຢາບ້າຢູ່ບ້ານຫ້ວຍພະ ເມືອງຮຸນ ແລະ ໄດ້ພົບກັບຜູ້ຊາຍຄົນໜຶ່ງບໍ່ຊາບຊື່ ແລະ ທີ່ຢູ່ຢືນຢູ່ແຄມທາງ ເຂດບ້ານຫ້ວຍພະ ຈຶ່ງຖາມຊື້ຢາບ້າ ຊາຍຄົນນັ້ນ ໄດ້ຂາຍຢາບ້າໃຫ້ 1 ຖົງ ແຕ່ບໍ່ຮູ້ວ່າມີຈັກເມັດ ເມື່ອໄດ້ຢາບ້າມາແລ້ວ ກໍເອົາມາເສບຢູ່ປ່າແຄມທາງ 1 ເມັດ ທີ່ເຫຼືອໄວ້ໃນໂສ້ງຊ້ອນໃນ ຈຶ່ງຂັບໄປຮອດຫຼັກກິໂລແມັດທີ 67 ເຂດບ້ານສາມກາງ ເມືອງແບງ ກໍຖືກເຈົ້າໜ້າທີ່ກວດຄົ້ນພົບຂອງກາງ 187 ເມັດ ໄປດຳເນີນຄະດີ.

ສ່ວນເນື້ອຄະດີຂອງ ທ້າວ ຕົງ ຖືກເຈົ້າໜ້າທີ່ກັກຕົວໃນວັນ ທີ 16 ສິງຫາ 2019 ຢູ່ເຂດເທດສະບານເມືອງໄຊ ພ້ອມຂອງກາງຢາບ້າ 40 ເມັດ, ຢູ່ໃນຖົງພາຍສີດໍາຂອງຈຳເລີຍ ພ້ອມໂທລະສັບມືຖື ຍີ່ຫໍ້ LAOTELECOM ສີປອນທອງ, ຜ່ານການສອບສວນ ຈຳເລີຍ ໃຫ້ການວ່າ: ເດືອນສິງຫາ 2019 ໄດ້ຂຶ້ນລົດໂດຍສານອອກຈາກບ້ານໂພນສະຫວາດ, ເມືອງຮຸນ ໄປຊອກເຮັດວຽກເປັນກໍາມະກອນ ຢູ່ເມືອງໄຊ. ມາວັນທີ 16 ສິງຫາ 2019, ໄດ້ໄປເກັບຂີ້ເຫຍື້ອຢູ່ເຂດບ້ານໜອງແມງດາ ແລ້ວໄດ້ມີຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູມາຖາມຂາຍຢາບ້າໃຫ້ ຈຳ ເລີຍ ໄດ້ຊື້ໄວ້ຈໍານວນ 40 ເມັດ ຈຸດປະສົງແມ່ນຊື້ໄວ້ເພື່ອເສບ. ຈາກນັ້ນ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງ.

ການກະທໍາຂອງ ທ້າວ ໄມ່ອິ່ນແກ້ວ (ຈໍາເລີຍເລື່ອງທີ 1) ແລະ ທ້າວ ຕົງ (ຈຳເລີຍເລື່ອງ2) ເປັນການກະທໍາທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາ ໃນໝວດທີ 8 ການກະທໍາຜິດກ່ຽວກັບຢາເສບຕິດ ໂດຍອີງຕາມໃບຢັ້ງຢືນຜົນການພິສູດວິໄຈຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ແມ່ນບັນຈຸສານເສບຕິດໃນໝວດ Metamphetamine (ຢາບ້າ +) ການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ເຊິ່ງມາດຕາ 315 ໄດ້ກໍານົດໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າ 100 ກຼາມຈະຖືກລົງໂທດຕັດອິດສະຫຼະພາບ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000 – 100.000.000 ກີບ.