ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຈຳຄຸກ 4 ຈຳເລີຍ ໃນວັນທີ 28 ກຸມພາ ທີ່ຜ່ານ ມາ, ໃນສະຖານການຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ ໂດຍສານຕັດສິນໃຫ້ຈຳ ເລີຍ 1, 3, 4 ຈຳຄຸກຜູ້ລະ 5 ປີ ປັບໃໝຄົນລະ 10.000.000 ກີບ ສ່ວນຈຳເລີຍ 2 ຈຳຄຸກ 3 ປີ ປັບໃໝ 3.000.000 ກີບ.

ຈຳເລີຍໃນຄະດີດັ່ງກ່າວນີ້ ມີ: ທ້າວ ວັນ (ຈຳເລີຍ1) ອາຍຸ 19 ປີ ຢູ່ບ້ານປາງໄຮເໜືອ ເມືອງໃໝ່ ແຂວງຜົ້ງສາລີ, ທ້າວ ບຸນເພັງ (ຈຳເລີຍ2) ອາຍຸ 29 ປີ ຢູ່ບ້ານແສ້ ເມືອງວຽງຄໍາ ແຂວງຫຼວງພະບາງ; ທ້າວ ນູນ (ຈຳເລີຍ3) ອາຍຸ 20 ປີ ແລະ ທ້າວ ພູວຽງ (ຈຳເລີຍ4) ອາຍຸ 34 ປີ ທັງ 2 ຈຳເລີຍ ຢູ່ບ້ານແຟນ ເມືອງໄຊ ແຂວງອຸດົມໄຊ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ໃນສຳນວນຄະດີວ່າ: ວັນທີ 15 ສິງຫາ 2018, ໄດ້ເຂົ້າກັກຕົວ ຈຳເລີຍ 1 ແລະ 2 ຢູ່ປໍ້ານໍ້າມັນທີ່ກໍາລັງກໍ່ສ້າງໃໝ່ຢູ່ບ້ານແຟນ ພ້ອມຂອງກາງຢາບ້າ 21 ເມັດ, ເງິນ 90.000 ກີບ, ຈາກການສອບສວນຈຳເລີຍ 1 ແລະ 2 ໃຫ້ການວ່າ: ຢາບ້າຈໍານວນດັ່ງກ່າວແມ່ນຂອງຈຳເລີຍ 4 (ເຈົ້າຂອງປໍ້ານໍ້າ ມັນ). ຮອດເວລາປະມານ 16:30 ໂມງ ຂອງວັນດຽວກັນ ໄດ້ເຂົ້າກັກຕົວຈຳເລີຍ 4 ຢູ່ເຮືອນ. ຜ່ານການກວດຄົ້ນພົບເຫັນບັ້ງເສບຢາບ້າ 3 ບັ້ງ, ແຕ່ເວລານັ້ນ ຈຳເລີຍ 4 ມີອາການເຈັບປ່ວຍກະທັນຫັນ (ຄວາມດັນຂຶ້ນ) ບໍ່ສາມາດໃຫ້ການຕໍ່ເຈົ້າໜ້າທີ່ໄດ້ ຈຶ່ງມອບໃຫ້ຄອບຄົວນໍາເອົາຜູ່ກ່ຽວໄປປິ່ນປົວ. ຮອດວັນທີ 31 ສິງຫາ 2018, ຈຶ່ງກັກຕົວຈຳເລີຍ 4 ມາດໍາເນີນຄະດີ, ຕໍ່ມາອຳນາດການປົກຄອງບ້ານແຟນ ໄດ້ໃຫ້ຂໍ້ມູນ ວ່າ: ວັນທີ 2 ສິງຫາ 2018, ປກສ ເມືອງໄຊ ໄດ້ກັກຕົວຈຳເລີຍ 3 ທີ່ເສບຢາບ້າເສບຕິດແລ້ວອາລະວາດຄອບຄົວ ແລະ ທັງເປັນຜູ້ຮ່ວມພັກພວກຂອງຈຳເລີຍ 4 ໃນມາວັນທີ 6 ກັນຍາ 2018 ຈຶ່ງນຳເອົາຈຳເລີຍ 3 ມາດຳເນີນຄະດີ.

ທ້າວ ວັນ (ຈຳເລີຍ1) ແລະ ທ້າວ ບຸນເພັງ (ຈຳເລີຍ2) ໃຫ້ການວ່າ: ວັນທີ 7 ສິງຫາ 2018, ໄດ້ມາເປັນກໍາມະກອນກໍ່ສ້າງປໍ້ານໍ້າມັນໃຫ້ກັບ ທ້າວ ພູວຽງ (ຈຳເລີຍ 4) ທ້າວ ພູວຽງ ໄດ້ເອົາຢາບ້າໃຫ້ເສບທຸກມື້ ແລ້ວຕັດເງິນຄ່າແຮງງານ; ຜ່ານມາທ້າວ ພູວຽງ ໄດ້ເອົາຢາບ້າໃຫ້ ທ້າວ ວັນ ເສບ 3 ຄັ້ງ ຄັ້ງລະ 2 ເມັດ ແລະ ໃຫ້ທ້າວ ບຸນເພັງ ເສບ 2 ຄັ້ງ ຄັ້ງລະ 2 ເມັດ; ນອກນີ້, ທ້າວ ພູວຽງ ໄດ້ເອົາຢາບ້າໃຫ້ ທ້າວ ວັນ ໄປຂາຍໃຫ້ 2 ຄັ້ງ ຄັ້ງວັນທີ 14 ສິງຫາ 2018 ຈໍານວນ 20 ເມັດ; ວັນທີ 15 ສິງຫາ 2018, ທ້າວ ພູວຽງ ເອົາຢາບ້າໃຫ້ ທ້າວ ວັນ ໄປຂາຍ 30 ເມັດ ຂາຍໝົດ 9 ເມັດ, ເມື່ອກັບມາສະຖານທີ່ກໍ່ສ້າງ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂອງກາງຢາບ້າທີ່ຍັງເຫຼືອຈຳນວນ 21 ເມັດ.

ທ້າວ ນູນ ໃຫ້ການວ່າ ໃນເດືອນເມສາ 2018, ໄດ້ເປັນກໍາມະກອນຢູ່ປໍ້ານໍ້າມັນຂອງ ທ້າວ ພູວຽງ ຮັບໜ້າທີ່ນອນເຝົ້າວັດສະດຸກໍ່ສ້າງ ທ້າວ ພູວຽງ ໄດ້ເອົາຢາບ້າ 1 ຖົງ ໃຫ້ຕົນເອົາໄປສົ່ງໃຫ້ຜູ້ຊາຍຢູ່ເທິງບ້ານແຟນ ເມື່ອໄປຮອດຈຸດທີ່ ທ້າວ ພູວຽງ ບໍ່ເຫັນໃຜຈຶ່ງກັບມາເຮືອນ ແລ້ວລັກເອົາຢາບ້າອອກ 13 ເມັດ ອອກຈາກຖົງໄວ້ເສບ, ແລ້ວນຳຢາບ້າທີ່ ເຫຼືອສົ່ງຄືນໃຫ້ ທ້າວ ພູວຽງ. ມາເດືອນກໍລະກົດ 2018, ທ້າວ ພູວຽງ ໃຫ້ຂັບລົດຈັກໄປສົ່ງຂາຍຢາບ້າ ຈຳນວນ 3 ຄັ້ງ ຢູ່ສວນກ້ວຍ, ທາງໄປຕາດນໍ້າກັດ ແລະ ຂາຍໃຫ້ກຳມະກອນຢູ່ເຂດແຫຼ່ງທ່ອງທ່ຽວຕາດນໍ້າກັດ, ແຕ່ລະຄັ້ງທີ່ໄປສົ່ງທ້າວ ພູວຽງ ຈະໃຫ້ຄ່າຈ້າງຄັ້ງລະ 1 ເມັດ ກັບຢາສູບ 1 ຊອງ.

ທ້າວ ພູວຽງ ໄດ້ໃຫ້ການວ່າ: ຢາບ້າຈໍານວນ 21 ເມັດ ທີ່ກວດພົບນຳ ທ້າວ ວັນ ນັ້ນແມ່ນບໍ່ຮັບຮູ້ ແລະ ບໍ່ມີສ່ວນ ກ່ຽວຂ້ອງ, ທ້າວ ວັນ ແລະ ທ້າວ ບຸນເພັງ ໄດ້ມາເປັນກໍາມະກອນເຮັດຢູ່ປໍ້ານໍ້າມັນ ເພາະວ່າໄດ້ຈ່າຍເງິນໃຫ້ ທ້າວ ວັນ ແລະ ທ້າວ ບຸນເພັງ ຜູ້ລະ 50.000 ກີບຕໍ່ມື້ ສ່ວນ ທ້າວ ນູນ ແມ່ນໃຫ້ມານອນເຝົ້າສາງເຄື່ອງມື້ລະ 20.000 ກີບ, ຈາກການໃຫ້ການຂອງ ທ້າວ ພູວຽງ ແມ່ນບໍ່ມີມູນຄວາມຈິງ ເພາະວ່າ ທ້າວ ວັນ , ທ້າວ ບຸນເພັງ ແລະ ທ້າວ ນູນ ໃຫ້ການເປັນສຽງດຽວກັນວ່າ ໄດ້ຮັບຢາບ້ານຳ ທ້າວ ພູວຽງ ມາເສບ ແລະ ຂາຍແທ້; ນອກນີ້, ໃນເວລາທີ່ດຳເນີນຄະດີ ທັງ 3 ຄົນ ຍັງຖືກ ທ້າວ ພູວຽງ ບັງຄັບໃຫ້ປິດບັງການເຄື່ອນໄຫວຂອງຜູ້ກ່ຽວ ແລະ ໃຫ້ປະຕິເສດກ່ຽວກັບການເຄື່ອນໄຫວຂອງຜູ້ກ່ຽວ. ແຕ່ທັງ 3 ຍັງ ຢື້ນຢັ້ງວ່າຢາບ້າແມ່ນຮັບຈາກ ທ້າວ ພູວຽງ.