ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພົຕ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ (ຜູ້ເກົ່າ) ແລະ ພົຈວ ປອ ບົວວັນ ວົງສາວັນທອງ ຮັກສາການ ຫົວໜ້າກົມໃຫຍ່ສັນຕິບານ (ຜູ້ໃໝ່) ໃນວັນທີ 12 ມີນາ 2020, ໂດຍມີ ຄະນະພັກ-ຄະນະບັນຊາ ກົມໃຫ່ຍສັນຕິບານ, ກົມຈັດຕັ້ງພະນັກງານ ກົມ ໃຫຍ່ການເມືອງ ປກສ, ພະນັກງານຫຼັກແຫ່ຼງ ກົມກອງວິຊາສະເພາະ, ຫ້ອງ, ແລະ ບັນດາຫົວໜ້າພະແນກ ທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ ເຂົ້າຮ່ວມ.

ການມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການໂຍກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ໂຍກຍ້າຍ:

  • ພົຕ ບຸນມີ ແສງຄໍາຢອງ ຈາກ ກົມໃຫຍ່ສັນຕິບານ ໄປຮັບໜ້າທີ່ເປັນ ຜູ້ຊ່ວຍວຽກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພ້ອມນັ້ນ ກໍໄດ້ບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກ ກົມໃຫຍ່ສັນຕິບານ ເຊິ່ງໄດ້ຕົກລົງບົ່ງຕົວແຕ່ງຕັ້ງ:

  • ສະຫາຍ ພົຈວ ປອ ບົວວັນ ວົງສາວັນທອງ ເປັນ ເລຂາຄະນະພັກ ກົມໃຫຍ່ສັນຕິບານ ແລະ ແຕ່ງຕັ້ງເປັນ ຮັກສາການ ຫົວໜ້າກົມໃຫຍ່ສັນຕິບານ

ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ທັງນີ້, ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ກຳລັງປ້ອງກັນຄວາມສະຫງົບ ຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.