ທ່ານ ກົງສຸນໃຫຍ່ຫວຽດນາມ ພົບປະເຈົ້າແຂວງຊຽງຂວາງ ທີ່ຫ້ອງວ່າການແຂວງ
ທ່ານ ກົງສຸນໃຫຍ່ຫວຽດນາມ ພົບປະເຈົ້າແຂວງຊຽງຂວາງ ທີ່ຫ້ອງວ່າການແຂວງ

ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ ສາທາລະນະລັດສັງຄົມນິຍົມຫວຽດນາມ ( ກົງສຸນໃຫຍ່ຫວຽດນາມ ) ປະຈຳແຂວງຫຼວງພະບາງ ສປປ ລາວ ພ້ອມດ້ວຍຄະນະ; ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 11 ມີນາ 2020 ທີ່ ຫ້ອງວ່າການແຂວງຊຽງຂວາງ.

ໂອກາດນີ້, ທ່ານເຈົ້າແຂວງໆຊຽງຂວາງ ໄດ້ສະແດງຄວາມດີໃຈຕໍ່ການເຂົ້າພົບປະຢ້ຽມຢາມ ພ້ອມທັງລາຍງານການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການນຳໃຊ້ທ່າແຮງຂອງແຂວງເຂົ້າໃນການພັດທະນາ; ການຮ່ວມສຳພັນສູ້ຮົບໃນປາງສົງຄາມ ໄດ້ເຮັດໃຫ້ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະຊີວິດຢູ່ແຂວງຊຽງຂວາງ 15 ພັນກວ່າຄົນ, ມາເຖິງປັດຈຸບັນ ແຂວງ ກໍຄືປະຊາຊົນຊາວຊຽງຂວາງ ໄດ້ຮ່ວມມືຊ່ວຍເຫຼືອໃນການຂຸດຄົ້ນ-ຊອກຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ສຳເລັດແລ້ວ 13 ພັນກວ່າຮ່າງອັດຖິ ແລະ ໄດ້ຈັດພິທີສົງຄືນກັບປະເທດບ້ານເກີດເມືອງນອນ ສູ່ອ້ອມກອດຂອງ ລູກ-ຫຼານຢ່າງສົມກຽດ.

ໂອກາດດຽວກັນ, ທ່ານ ຫງວຽນດັງຮຸ່ງ ໄດ້ກ່າວລາຍງານຕົວພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ຂອບໃຈຕໍ່ການໃຫ້ຂໍ້ມູນຊ່ວຍເຫຼືອໃນການຂຸດຄົ້ນອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ. ນອກນີ້, ຍັງໄດ້ເບິ່ງແຍງການດຳລົງຊີວິດຂອງນັກລົງ ທຶນ, ຊາວຄ້າ-ຂາຍຜູ້ປະກອບການຊາວຫວຽດນາມຢູ່ແຂວງຊຽງຂວາງ, ຂໍໃຫ້ແຂວງຊຽງຂວາງ ສືບຕໍ່ເບິ່ງແຍງ, ສຶກສາອົບຮົມຊາວຫວຽດນາມ ທີ່ດຳລົງຊີວິດຢູ່ແຂວງຊຽງຂວາງ ໃຫ້ເຄົາລົບລະບຽບກົດໝາຍຂອງລາວ, ຕ້ອງໄດ້ປະກອບສ່ວນຊ່ວຍເຫຼືອເສຍພັນທະໃຫ້ແຂວງຊຽງຂວາງ ການຈັດຕັ້ງປະຕິບັດບັນດາໂຄງການການລົງທຶນຂອງຊາວຫວຽດນາມ ມີຫຍັງຫຍຸ້ງຍາກໃຫ້ສ່ອງແສງພ້ອມກັນແກ້ໄຂຮ່ວມກັບກົງສູນ ແລະ ຈະຊຸກຍູ້ເພີ່ມທະວີສາຍພົວພັນຄວາມສາມັກຄີພິເສດ ການຮ່ວມມືຫວຽດນາມ-ລາວ ໃຫ້ງອກງາມຂຶ້ນເລື້ອຍໆ.