ເຈົ້າໜ້າທີ່ຕໍາຫຼວດ ປກສ ກຸ່ມ IV ສາລະຄໍາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັບເປົ້າໝາຍຢາເສບຕິດຢູ່ເຂດບ້ານຊຽງດາ ເມືອງໄຊເຊດຖາ ພ້ອມຂອງກາງຢາບ້າ 610 ເມັດ ໃນວັນທີ 19 ກຸມພາ 2019 ກ່ອນສົ່ງໃຫ້ໜ່ວຍງານວິຊາສະເພາະ ປກສ ເມືອງຫາດຊາຍຟອງ ດໍາເນີນການສອບສວນ.

ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ສົມເພັດ ຢູ່ບ້ານຊຽງດາ ເມືອງໄຊເຊດຖາ ໂດຍຜູ້ກ່ຽວສາລະພາບວ່າ: ໄດ້ເລີ່ມຄ້າ-ຂາຍຢາເສບຕິດແຕ່ກາງເດືອນມັງກອນ 2020 ເປັນຕົ້ນມາ, ເຊິ່ງຢາບ້າທີ່ນໍາມາຂາຍແຕ່ລະຄັ້ງນັ້ນແມ່ນຊື້ນໍາຄົນຮູ້ຈັກຢູ່ບ້ານດຽວກັນ ໂດຍຊື້ຄັ້ງລະ 400 ເມັດ ແລ້ວເອົາໄປຂາຍໃຫ້ກຸ່ມມົ້ວສຸມເສບຢາບ້າຢູ່ພາຍໃນບ້ານ.

ມາຮອດວັນທີ 18 ກຸມພາ 2020, ໄດ້ອອກໄປເອົາຢາບ້າຈຳນວນ 600 ເມັດຢູ່ເຂດບ້ານໂນນຫວາຍ ເມືອງໄຊເຊດຖາ. ມາຮອດວັນທີ 19 ກຸມພາ 2020, ມີເຈົ້າໜ້າທີ່ຕໍາຫຼວດເຂົ້າກັກຕົວຢູ່ເຂດບ້ານຊຽງດາ ພ້ອມທັງເຂົ້າກວດຄົ້ນເຮືອນຂອງຕົນ ພົບຂອງກາງຢາບ້າ 597 ເມັດ ຢູ່ໃນກະຕ່າຂີ້ເຫຍື້ອ ແລະ ອີກ 13 ເມັດ ຢູ່ຕູ້ເສື້ອຜ້າ ລວມຢາບ້າທັງໝົດ 610 ເມັດ. ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນ ແລະ ຕິດຕາມຈັບຜູ້ທີ່ຖືກຊັດທອດດໍາເນີນຄະດີຕາມກົດໝາຍ.