ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມີນາ ນີ້ວ່າ: ອິນເດຍ ປະຫານຊີວິດຊາຍ 4 ຄົນທີ່ກໍ່ເຫດຂົ່ມຂືນ ແລະ ຄາດຕະກຳຍິງສາວທີ່ຢູ່ເທິງລົດເມໂດຍສານໃນນະຄອນຫຼວງນິວເດລີ ໃນປີ 2012, ເຊິ່ງສ້າງກະແສຄວາມບໍ່ພໍໃຈ ໂດຍມີການປະທ້ວງໄປທົ່ວປະເທດ ແລະ ສ້າງຄວາມຕົກໃຈໄປທົ່ວໂລກ.

ນັກໂທດທັງ 4 ຄົນ ຖືກປະຫານຊີວິດດ້ວຍການແຂວນຄໍທີ່ຄ້າຍຄຸມຂັງດັດສ້າງຕິຮາ ໃນນະຄອນຫຼວງນິວເດລີ, ເຊິ່ງຖືເປັນການລົງໂທດປະຫານຊີວິດຄັ້ງທຳອິດ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. ທ່ານ ຊັນດີບ ໂກເອນ ຜູ້ບັນຊາການຄ້າຍຄຸມຂັງດັດສ້າງ ກ່າວວ່າ ນັກໂທດທັງ 4 ຄົນ ຖືກແຂວນຄໍໃນເວລາ 5:30 ໂມງໃນຂໍ້ຫາທຳຮ້າຍຮ່າງກາຍ ນາງ ຊະໂຍຕິ ຊິງ ນັກສຶກສາຍິງ ອາຍຸ 23 ປີ, ຄະດີດັ່ງກ່າວນີ້ ເຮັດໃຫ້ເກີດມີການປະທ້ວງຢູ່ໃນອິນເດຍ ເປັນເວລາຫຼາຍອາທິດ ແລະ ສະທ້ອນໃຫ້ເຫັນເຖິງຄວາມອັນຕະລາຍທີ່ໜ້າຕົກໃຈຂອງການກະທຳຄວາມຮຸນແຮງທາງເພດ ແລະ ຊະຕາກຳຂອງແມ່ຍິງໃນອິນເດຍ. ການລົງໂທດປະຫານຊີວິດໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງໃນອິນເດຍ ໂດຍກຸ່ມຄົນໄປສະແດງຄວາມຍິນກັນເປັນຈຳນວນຫຼວງຫຼາຍຢູ່ທາງດ້ານນອກຂອງຄ້າຍຄຸມຂັງດັັດສ້າງຕິຮາ.

ເຫດການຄັ້ງນີ້ ເກີດຂຶ້ນໃນວັນທີ 16 ທັນວາ 2012, ໃນຂະນະທີ່ ນາງ ຊະໂຍຕິ ຊິງ ກຳລັງເດີນທາງກັບ ເຮືອນ ຫຼັງຈາກໄປເບິ່ງຮູບເງົາກັບແຟນມາ, ເຊິ່ງທັງສອງຄົນໄດ້ຂີ່ລົດໂດຍສານປະຈຳທາງມຸ່ງໜ້າກັບເມືອເຮືອນ. ພວກຄົນຮ້າຍນັ້ນເປັນຊາຍ 5 ຄົນ. ໃນນີ້, ມີເດັກຊາຍ ອາຍຸ 17 ປີ 1 ຄົນໄດ້ເຂົ້າທຳຮ້າຍເພື່ອນຊາຍຂອງ ນາງ ຊະໂຍຕິ ຊິງ ຈົນໝົດສະຕິ ແລະ ດຶງນາງ ຊະໂຍຕິ ຊິງ ໄປດ້ານຫຼັງຂອງລົດ ກ່ອນຈະຂົ່ມຂືນ ແລະ ທຳຮ້າຍຮ່າງກາຍ. ຈາກນັ້ນ, ກຸ່ມຄົນຮ້າຍໄດ້ຈັບທັງ 2 ຄົນໂຍນລົງລົດຕົກໃສ່ຖະໜົນ ແລະ ນາງ ຊະໂຍຕິ ຊິງ ເສຍຊີວິດອີກ 13 ວັນຕໍ່ມາທີ່ໂຮງໝໍໃນສິງກະໂປ ຈາກອາການບາດເຈັບພາຍໃນ. ສ່ວນຄົນຮ້າຍທັງໝົດ ຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມ ໂດຍມີ 1 ຄົນເປັນຫົວໜ້າແກ້ງ ຖືກພົບເສຍຊີວິດໃນຄ້າຍຄຸມຂັງດັດສ້າງ ໂດຍສົງໄສວ່າ ຜູ້ກ່ຽວອາດຂ້າຕົວຕາຍ, ສ່ວນເດັກຊາຍ ອາຍຸ 17 ຖືກຄຸກເປັນເວລາ 3 ປີ ທີ່ສະຖານສົງເຄາະຂອງອິນເດຍ.