ຊາຍໄວລຸ້ນອາຍຸ ພຽງ 16 ປີ ໄດ້ກໍ່ເຫດທັງລັກ ແລະ ຈີ້ເອົາລົດກະບະວີໂກ້ ເຖິງ 2 ຄັນ ຢູ່ເມືອງແປກ ແຂວງຊຽງຂວາງ ແຕ່ກໍຖືກເຈົ້າໜ້າທີ່ ປກສ ເມືອງໂພນໄຊ ແຂວງຫຼວງພະບາງ ສະກັດຈັບຕົວໃນລະຫວ່າງທາງ ກ່ອນສົ່ງ ໃຫ້ພະແນກສືບສວນ-ສອບສວນ ປກສ ແຂວງຊຽງຂວາງ ດໍາເນີນການສອບສວນ ພ້ອມທັງເຮັດແຜນປະກອບຄໍາສາລະພາບຢູ່ຈຸດເກີດເຫດ ໃນວັນທີ 17 ມີນາ 2020 ເພື່ອປະກອບໃສ່ສໍານວນຄະດີສະ ຫຼຸບສົ່ງໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານປະຊາຊົນແຂວງຊຽງຂວາງ ຕັດສິນຕາມກົດໝາຍ.

ພະແນກຕໍາຫຼວດສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ຄຳຮຸ່ງ ອາຍຸ 16 ປີ ຢູ່ບ້ານພູວຽງ ເມືອງພູກູດ ແຂວງຊຽງຂວາງ, ເຊິ່ງເຫດການດັ່ງກ່າວເບື້ອງຕົ້ນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຢູ່ບ້ານລີ ເມືອງແປກ ວ່າມີຄົນຮ້າຍ 1 ຄົນ ເຂົ້າມາທໍາຮ້າຍຮ່າງກາຍ ແລ້ວຍາດເອົາເງິນ ແລະ ລົດກະບະວີໂກ້ ຂັບຂີ່ຫຼົບໜີໄປ. ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມກວດກາກ້ອງວົງຈອນປິດ ພົບເຫັນເປົ້າໝາຍຂັບຂີ່ລົດໄປຕາມເສັ້ນທາງເລກ 7 ມຸ່ງໜ້າໄປທາງບ້ານນາຫອຍ ອອກໄປເມືອງໂພນໄຊ ແຂວງຫຼວງພະບາງ ຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດເມືອງດັ່ງກ່າວຕິດຕາມກວດກາ ຈຶ່ງພົບເຫັນ ແລະ ສາມາດຈັບຕົວຜູ້ກ່ຽວໄດ້ ໃນວັນທີ 14 ມີນາ. ກ່ອນມອບໃຫ້ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຊຽງຂວາງ ນໍາຕົວໄປສອບສວນຫາສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຄັ້ງນີ້.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ລົງມືກໍ່ເຫດຊີງຊັບເອົາລົດໂຕໂຍຕ້າ ກະບະວີໂກ້ ຈຳນວນ 2 ຄັນ ຍ້ອນຢາກໄດ້ເງິນໄປໃຊ້ໜີ້ ແລະ ໃຊ້ຈ່າຍໃນການຫຼິ້ນກິນຟຸມເຟືອຍ; ເຊິ່ງຄັ້ງທີ 1: ແມ່ນຢູ່ຕໍ່ໜ້າໂຮງ ແຮມຊຽງຂວາງໂຮເທວ ໃນຂະນະທີ່ຕົນເອງອອກໄປຈາກຕະຫຼາດມືດ ໄດ້ພົບເຫັນລົດກະບະວີໂກ້ ຈອດຢູ່ແຄມທາງ ແລະ ຕິດຈັກປະໄວ້ ແຕ່ບໍ່ມີເຈົ້າຂອງຢູ່ໃນລົດ ຈຶ່ງໄດ້ລົງມືກໍ່ເຫດລັກລົດຄັນດັ່ງກ່າວ ແລ້ວຂີ່ມຸ່ງໜ້າໄປທາງສະໜາມກິລາຂອງແຂວງ ເຂດບ້ານຄັງໜອງຫຼວງ ເມືອງແປກ ແລ້ວກວດຄົ້ນຊັບສິນໃນລົດ ແຕ່ບໍ່ມີຫຍັງ ຈຶ່ງໄດ້ຈອດລົດຖິ້ມປະໄວ້ແລ້ວກໍ່ຫຼົບໜີໄປ.

ຄັ້ງທີ 2: ໃນວັນທີ 14 ມີນາ, ໄດ້ກໍ່ເຫດຢູ່ບ້ານລີ້ ເມືອງແປກ ແຂວງຊຽງຂວາງ ໂດຍເລີ່ມຈາກຜູ້ກ່ຽວນັ່ງກິນເຝີ ຢູ່ບ້ານໂງຍ ຕິດກັບຮ້ານເສີມສວຍຂອງຜູ້ເສຍຫາຍ, ເຊິ່ງຜູ້ເສຍຫາຍ ເຫັນວ່າ ຜູ້ກ່ຽວຖ້າໝູ່ມາຮັບດົນ ພ້ອມທັງໃກ້ຈະຄໍ່າແລ້ວ ຜູ້ ເສຍຫາຍຈຶ່ງໄດ້ຮັບເອົາ ທ້າວ ຄໍາຮຸ່ງ ກັບເຮືອນນໍາ ເພື່ອໄປລໍຖ້າໝູ່ຢູ່ເຮືອນຂອງຜູ້ເສຍຫາຍ. ພໍໄປຮອດເຮືອນຢູ່ບ້ານລີ. ທ້າວ ຄຳຮຸ່ງ ເຫັນວ່າມີແຕ່ຜູ້ກ່ຽວກັບຜູ້ເສຍຫາຍ ຈຶ່ງກໍ່ເຫດໃຊ້ກຳປັ້ນຕີເຂົ້າທ້ອງຜູ້ເສຍຫາຍ 1 ບາດ ເຮັດໃຫ້ຜູ້ເສຍຫາຍລົ້ມລົງ ແລ້ວ ທ້າວ ຄໍາຮຸ່ງ ດຶງລາກເຂົ້າຫ້ອງນອນ ແລ້ວໃຊ້ມີດຈີ້ຄໍ ແລະ ໃຊ້ກຳປັ້ນຕີເຂົ້າທ້ອງອີກ 1 ບາດ ເຮັດໃຫ້ຜູ້ເສຍຫາຍໝົດສະຕິ. ຈາກນັ້ນ, ທ້າວ ຄຳຮຸ່ງ ໄດ້ຄົ້ນເອົາເງິນໃນກະ ເປົາ ແລະ ກະແຈລົດວີໂກ້ ແລ້ວຂັບລົດໜີໄປທາງເມືອງໂພນໄຊ ແຂວງຫຼວງພະບ.າ ພໍໄປຮອດເມືອງໂພນໄຊ ຖືກເຈົ້າໜ້າທີ ປກສ ເມືອງ ກັກຕົວຢູ່ລະຫວ່າງທາງ.

ທ້າວ ຄໍາຮຸ່ງ ຮັບສາລະພາບອີກວ່າ: ທີ່ກໍ່ເຫດໃນຄັ້ງນີ້ ຍ້ອນຢາກໄດ້ເງິນ ແລະ ລົດໃຫຍ່ໄປຂາຍ ເພື່ອເອົາເງິນໄປໃຊ້ໜີ້ໃຫ້ຄອບຄົວ ແລະ ຫຼິ້ນກິນຟຸມເຟືອຍ.