ຈາກສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ ທີ່ມີທ່າອ່ຽງເພີ່ມຂຶ້ນ. ໃນນັ້ນ, ປະເທດໄທ ກໍແມ່ນໜຶ່ງໃນປະເທດທີ່ມີການແພ່ລະບາດເພີ່ມຂຶ້ນ, ຍ້ອນແນວນັ້ນ ທາງການຈຶ່ງໃຊ້ຫຼາຍມາດຕະການ ເພື່ອຄວບຄຸມການແພ່ລະບາດທີ່ຮ້າຍແຮງນີ້ ແລະ ສົ່ງຜົນກະທົບເຖິງແຮງງານລາວທີ່ໄປເຮັດວຽກຢູ່ໄທ ເດີນທາງກັບຄືນສູ່ປະເທດເປັນຈຳນວນຫຼວງຫຼາຍ.

ພັຕ ສັງວານ ແກ້ວບຸນຊູ ຫົວໜ້າ ຕມ ປະຈຳດ່ານສາກົນຂົວມິດຕະພາບ 2 ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ:

ໃນວັນທີ 23 ມີນາ 2020, ແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ ທີ່ກຳລັງເດີນທາງກັບບ້ານເກີດເມືອງນອນ ເດີນທາງຜ່ານດ່ານສາກົນຂົວມິດຕະພາບ 2 ໃນວັນທີ 23 ມີນາ ມີຈໍານວນທັງໝົດ 4.037 ຄົນ ແລະ ຕ່າງແຂວງມີ 216 ຄົນ.

ໃນນີ້, ນະຄອນຫຼວງວຽງຈັນ ມີ 6 ຄົນ, ແຂວງຄຳມ່ວນ ມີ 54 ຄົນ, ແຂວງຈຳປາສັກມີ 28 ຄົນ, ແຂວງສາລະວັນ ມີ 115 ຄົນ, ແຂວງບໍລິຄຳໄຊ ມີ 9 ຄົນ, ແຂວງຫຼວງພະບາງ ມີ 1 ຄົນ, ແຂວງຫົວພັນ ມີ 1 ຄົນ, ແຂວງວຽງຈັນ ມີ 2 ຄົນ.

ສ່ວນ ແຂວງສະຫວັນນະເຂດ ມີ 3.821 ຄົນ, ໃນນີ້ ນະຄອນໄກສອນ ມີ 467 ຄົນ, ເມືອງໄຊພູທອງ ມີ 299 ຄົນ, ເມືອງຈຳພອນ ມີ 741 ຄົນ, ເມືອງຊົນນະບູລີ ມີ 335 ຄົນ, ເມືອງອາດສະພັງທອງ ມີ 188 ຄົນ, ເມືອງໄຊບູລີ 190 ຄົນ, ເມືອງສອງຄອນ 442 ຄົນ, ເມືອງອາດສະພອນ 105 ຄົນ, ເມືອງເຊໂປນ 5 ຄົນ, ເມືອງອຸທຸມພອນ 650 ຄົນ, ເມືອງພະລານໄຊ 164 ຄົນ, ເມືອງພີນ 138 ຄົນ, ເມືອງວິລະບູລີ ມີ 10 ຄົນ ແລະ ເມືອງທ່າປາງທອງ ມີ 67 ຄົນ.

ແຮງງານດັ່ງກ່າວນີ້, ພາກສ່ວນກ່ຽວຂ້ອງ ໄດ້ໃຊ້ມາດຕະການຄັດກອງກັບທຸກຄົນ ນັບທັງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວ, ໂດຍທາງກະຊວງສາທາລະນະສຸກ ໄດ້ຈັດສົ່ງພະນັກງານແພດ-ໜໍ ແລະ ນັກສຶກສາພະຍາບານ ຈໍານວນໜຶ່ງ ມາສົມທົບກັບ ເຈົ້າໜ້າທີ່ຕຳຫຼວດປະຈຳຢູ່ດ່ານ ແລະ ພາກສ່ວນກ່ຽວຂ້ອງ.

ເຖິງຢ່າງໃດກໍຕາມແຕ່, ເຈົ້າໜ້າທີ່ປະຈຳຢູ່ດ່ານເຂົ້າ-ອອກປະເທດ ແມ່ນໄດ້ເອົາໃຈໃສ່ກວດຄັດທຸກຄົນທີ່ເຂົ້າອອກດ່ານ ຢ່າງເຄັ່ງຄັດ ໂດຍປະຕິບັດຕາມການແຈ້ງການຂອງ ຄະນະສະເພາະກິດ ຢ່າງເຂັ້ມງວດ ໂດຍຈັດສະຖານທີ່ເຂົ້າ ແລະ ກວດກາແທກອຸນນະພູມຂອງແຕ່ລະຄົນ ຢ່າງລະອຽດ.