ໜ້າກາກປ້ອງກັນເຊື້ອພະຍາດຕ້ານໂຄວິດ-19 ທີ່ ເຄວີພີ-ຮົວເຫວີຍ ນຳມາມອບໃຫ້ 2 ກະຊວງ: ຍຸຕິທຳ ແລະ ປກສ
ໜ້າກາກປ້ອງກັນເຊື້ອພະຍາດຕ້ານໂຄວິດ-19 ທີ່ ເຄວີພີ-ຮົວເຫວີຍ ນຳມາມອບໃຫ້ 2 ກະຊວງ: ຍຸຕິທຳ ແລະ ປກສ

ທ່ານ ມາ ຣຸ້ຍຫາວ ປະທານ ບໍລິສັດ ເຄວີພີ-ຮົວເຫວີຍ ບໍລິການຄວາມປອດໄພ ຈໍາກັດ ສະມາຄົມພັດທະນາເສດຖະກິດອາຊີ-ຈີນ ມອບໜ້າກາກປ້ອງກັນເຊື້ອພະຍາດຕ້ານໂຄວິດ-19 ຈໍານວນ 8 ແກັດ ໃຫ້ກະຊວງຍຸຕິທໍາ ແລະ ກະຊວງປ້ອງກັນຄວາມສະຫງົບ ໂດຍມີຕາງໜ້າຄະນະນໍາແຕ່ລະກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃນວັນທີ 26 ມີນານີ້.

ທ່ານ ມາ ຣຸ້ຍຫາວ ພ້ອມດ້ວຍຄະນະ ກ່າວວ່າ: ການນໍາໜ້າກາກປ້ອງກັນຕ້ານການແພ່ລະບາດຂອງພະຍາດເຊື້ອຈຸລະໂລກ (ໂຄວິດ-19) ມາມອບໃນຄັ້ງນີ້, ລວມທັງໝົດ 8 ແກັດ ມີ 20.000 ອັນ ເຊິ່ງມອບໃຫ້ກະຊວງຍຸດຕິທໍາ ຈໍານວນ 4 ແກັດ ມີ 10.000 ອັນ, ຕາງໜ້າຮັບໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ; ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 4 ແກັດ ມີ 10.000 ອັນ ກ່າວຮັບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ; ຈຸດປະສົງເພື່ອມອບໃຫ້ 2 ກະຊວງ ນໍາໄປແຈກຢາຍໃຫ້ພະນັກງານ, ລັດຖະກອນ ຕະຫຼອດຮອດປະຊາຊົນໃຫ້ທົ່ວເຖິງ ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວແພ່ລະບາດອອກສູ່ວົງກວ້າງຄືກັບປະເທດອື່ນ ເນື່ອງຈາກວ່າ ສປປ ລາວ ຖືວ່າມີຜູ້ຕິດເຊື້ອທີ່ຍັງມີຈໍານວນໜ້ອຍ ເມື່ອທຽບໃສ່ກັບປະເທດເພື່ອນບ້ານ ແລະ ຖ້າຫາກເຮົາມີການປ້ອງກັນທີ່ເຂັ້ມງວດ ກໍອາດຈະເຮັດໃຫ້ການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ ບໍ່ມີການຂະຫຍາຍຕົວເພີ່ມຂຶ້ນ.

ໂອກາດດຽວກັນ, ຄະນະນໍາທັງ 2 ກະຊວງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານປະທານ ບໍລິສັດ ເຄວີພີ-ຮົວເຫວີຍ ບໍລິການ ຄວາມປອດໄພຈໍາກັດ ສະມາຄົມພັດທະນາເສດຖະກິດອາຊີ-ຈີນ ພ້ອມທັງມອບໃບກຽດຕິຄຸນໃຫ້ເປັນທີ່ລະນຶກ.