ທ່ານ ດຣ ບຸນສາລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID – 19 ແຂວງຜົ້ງສາລີ ໃຫ້ສຳພາດ ໃນວັນທີ 31 ມີນາ 2020 ວ່າ: ແຂວງຜົ້ງສາລີ ໄດ້ກະກຽມຫ້ອງແຍກປ່ຽວປິ່ນປົວຄົນເຈັບຢູ່ຕາມໂຮງໝໍແຫ່ງຕ່າງໆ ຖ້າຫາກວ່າພົບກໍລະນີ້ຄົນເຈັບ ຫຼື ເປັນໄຂທີ່ເຂົ້າຄ່າຍນິຍາມຂອງພະຍາດ COVID – 19 ໂດຍແຕ່ລະເມືອງໄດ້ມີກະກຽມສະຖານທີ່ຫ້ອງແຍກປ່ຽວແລ້ວ.

ຖ້າຫາກວ່າ ຜົນກວດອອກມາເປັນບວກຕ້ອງໄດ້ມີການນຳສົ່ງໄປປິ່ນປົວຢູ່ໂຮງໝໍແຂວງ ແຕ່ຖ້າອາການຮ້າຍແຮງແມ່ນຈະໄດ້ປະສານສົມທົບສົ່ງໄປປິ່ນປົວຢູ່ສູນກາງ ໂດຍຢູ່ໂຮງໝໍແຂວງເທດສະບານໃໝ່ຂອງແຂວງທີ່ເມືອງບູນເໜືອ ແມ່ນໄດ້ກຳນົດເອົາຕຶກໜຶ່ງຕ່າງຫາກ ມີ 7 ຕຽງ ເພື່ອກຽມພ້ອມໄວ້ແຍກປ່ຽວປິ່ນປົວ. ສໍຳລັບຢູ່ໂຮງໝໍຊຸມຊົນເທດສະບານເກົ່າຂອງແຂວງ ທີ່ເມືອງຜົ້ງສາລີແມ່ນໄດ້ກະກຽມໄວ້ຫ້ອງໜຶ່ງຕ່າງຫາກ ມີ 4 ຕຽງ. ພ້ອມນັ້ນ, ດ້ານບຸກຄະລາກອນ ກໍໄດ້ມີການແຕ່ງຕັ້ງທີມງານລົງປະຈຳກວດຢູ່ຈຸດຕ່າງໆ ໂດຍສະເພາະທີມທີ່ຈະປິ່ນປົວຄົນເຈັບນັ້ນແມ່ນໄດ້ຮັບການຝຶກຊ້ອມເປັນຢ່າງດີ ເປັນຕົ້ນແມ່ນວິທີການປ້ອງກັນຕົນເອງ, ການນໍຳໃຊ້ເຄື່ອງມືອຸປະກອນຮັບໃຊ້ ແລະ ກໍລະນີຕິດເຊື້ອ ພ້ອມກະກຽມລົດຮັບສົ່ງຄົນເຈັບ, ເຊິ່ງທຸກຢ່າງແມ່ນກຽມພ້ອມຕະຫຼອດ 24 ຊົ່ວໂມງ.

ປັດຈຸບັນ, ທາງແຂວງຜົ້ງສາລີ ແມ່ນເນັ້ນການປ້ອງກັນ ເພື່ອບໍ່ໃຫ້ມັນເກີດມີຜູ້ຕິດເຊື້ອພະຍາດດັ່ງກ່າວ ໂດຍເພີ່ມມາດຕະການຕັ້ງຈຸດກວດຕາມເສັ້ນທາງເຂົ້້າອອກຢູ່ແຕ່ລະເມືອງ ໃນແຕ່ລະດ່ານທຸກຄົນທີ່ຜ່ານເຂົ້າ-ອອກຕ້ອງໄດ້ຜ່ານການກວດ ເປັນຕົ້ນແມ່ນເສັ້ນທາງສາຍຫຼັກ ແຕ່ອຸດົມໄຊ ມາຫາ ຜົ້ງສາລີ ແມ່ນຕັ້ງຈຸດກວດຢູ່ຈຸດເຂດປາກນ້ຳນ້ອຍ. ຖ້າມີກໍລະນີສົງໄສແມ່ນສົ່ງໂຮງໝໍທັນທີ ແລະ ສໍຳລັບຜູ້ທີ່ເດີນທາງມາຈາກເຂດລະບາດຕ້ອງໄດ້ສົງໄປຢູ່ຈຸດກັກກັ້ນ 14 ວັນ; ເຊິ່ງແຕ່ລະເມືອງແມ່ນມີຈຸດກັກກັນໂດຍກໍຳນົດເອົາໂຮງຮຽນຈຳນວນໜຶ່ງ ເປັນຈຸດກັກກັນຂອງແຕ່ລະເມືອງ.

ໂອກາດນີ້, ທ່ານ ດຣ ບຸນສາລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວໜ້າຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID – 19 ແຂວງຜົ້ງສາລີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສວ່ນ ແລະ ປະຊາຊົນບັນດາເຜົ່າຊາວແຂວງຜົ້ງສາລີ ເປັນເຈົ້້າການມີສ່ວນຮ່ວມຊ່ວຍກັນໃນການເຝົ້າລະວັງ ແລະ ແກ້ໄຂບັນຫານີ້ຮ່ວມກັນ.

ຂ່າວ: ສົມຄິດ ແກ້ວນວນລາ

ພາບ: ວຽງສະຫວັນ ແສງເພັດສີ