ວັນທີ 2 ເມສາ 2020, ບໍລິສັດ, ນັກທຸລະກິ ຜູ້ປະກອບການ ໄດ້ນຳ​ເອົາ​ວັດຖຸ​ປັດ​ໄຈ​ຈຳນວນ​ໜຶ່ງ ມອບ​ເປັນທຶນສົມທົບໃຫ້ອົງການປົກຄອງເມືອງເງິນ ແຂວງໄຊຍະບູລີ ເພື່ອນຳໄປໃຊ້ເຂົ້າໃນການເຝົ້າລະວັງການຕ້ານ ແລະ ສະກັດກັ້ນ ການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່   ຫຼື ໂຄວິດ 19 ຢູ່ເມືອງເງິນ.

ການປະກອບສ່ວນມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ມີ ທ່ານ ​ເຕີຍ ສົມ​ສັກ ປະທານ​ບໍລິສັດ ທີ​ທີ​ ພາວ​ເວີ ​ໂຕ​ໂທ ປະກອບສ່ວນ​ເງິນສົດ ​ແລະ ນໍ້າ​ດື່ມ ລວມມູນຄ່າ 7.000.000 ກີບ, ທ່ານ ສັນຕິ​ໄຊ ບູລົມ​ມະ​ວົງ ປະທານ ບໍລິສັດ​ຂົ່ນສົ່ງ​ສິ​ນຄ້າ ປະກອບສ່ວນ​ເງິນສົດ  ​ແລະ ນ້ຳ​​ໃຊ້ ​ໃຫ້​ແກ່​ສູນ​ຈຳກັດ​ບໍລິ​ເວນ ​ໂຮງຮຽນ ມັດທະຍົມສຶກສາຕອນຕົ້ນ ດອກ​ເຜີ້ງ ລວມ​ເປັນ 3.000.000 ກີບ, ທ່ານ ວັນ​ໄຊ ສີ​ກັນ​ໄຈ ປະທານ ບໍລິສັດ ສີ​ກັນ​ໄຈ​ການ​ຄ້າ ຂາ​ເຂົ້າ-ຂາ​ອອກ ມອບ​ເງິນສົດ 2.000.000 ກີບ ແລະ ທ່ານ ສອນ​ເພັດ ຜົນ​ວິຈິດ ຫົວໜ້າດ່ານ​ພາສີ​ສາກົນ​ນ້ຳ​ເງິນ ປະກອບສ່ວນ​ເຄື່ອງ​ບໍລິ​ໂພ​ກ ​ເຊັ່ນ: ໝີ່, ປາ​ກະ​ປ໋ອງ, ​ໄຂ່, ນ້ຳ​ດື່ມ ​ລວມມູນ​ຄ່າທັງໝົດ 1.500.000 ກີບ ກ່າວຮັບ​ໂດຍ ທ່ານ ​ທະວິ​ສັກ ​ໄຊ​ຍະ​ວົງ ຮອງ​ເຈົ້າ​ເມືອງໆເງິນ.