ກະຊວງສາທາລະນະສຸກ ກວດພົບຜູ້ຕິດເຊື້ອພະຍາດອັກເສບປອດ COVID-19 ເພີ່ມ 2 ຄົນໃນນີ້ ມີເປັນພະນັກງານຂອງບໍລິສັດ ພູເບ້ຍມາຍນິງ ແລະ ນັກສຶກສາທີ່ເດີນທາງມາຈາກປະເທດອັງກິດ ລວມມີຜູ້ຕິດເຊື້ອທັງໝົດ 14 ຄົນ.

ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະສະເພາະກິດຄວບຄຸມ ພະຍາດອັກເສບປອດ COVID-19 ໄດ້ຖະແຫຼງໃນວັນທີ 7 ເມສານີ້ວ່າ: ຜູ້ຕິດເຊື້ອຄົນທີ 13 ເປັນເພດຊາຍຄົນ ອາຍຸ 40 ປີ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ສ່ວນລາຍທີ 14 ເປັນເພດຍິງອາຍຸ 19 ປີ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ທັງສອງ ຢູ່ນະຄອນຫຼວງວຽງຈັນ.

ຜູ້ຕິດເຊື້ອທີ່ເປັນເພດຊາຍ ແມ່ນເປັນພະນັກງານຂອງບໍລິສັດພູເບ້ຍມາຍນິງ ແລະ ໄດ້ພົວພັນກັບຜູ້ຕິດເຊື້ອລາຍທີ 11 ກ່ອນໜ້ານີ້, ສໍາລັບຜູ້ຕິດເຊື້ອທີ່ເປັນເພດຍິງນັ້ນແມ່ນເປັນນັກສຶກສາມາຈາກປະເທດອັງກິດ ແລະ ມີປະຫວັດພົວພັນກັບຜູ້ຕິດເຊື້ອລາຍທີ 12.

ນອກນີ້, ຄະນະສະເພາະກິດ ຍັງໄດ້ຮຽກຮອງໃຫ້ຜູ້ທີ່ໄດ້ໃກຊິດກັບຜູ້ຕິດເຊຶ້ອທັງ 2 ລາຍນີ້ ໃຫ້ເຂົ້າມາລາຍງານຕົວຕໍ່ພາກສ່ວນທີ່ກ້ຽວຂ້ອງທັນທີ ໂດຍຜູ້ຕິດເຊື້ອຄົນທີ 13 ມີຜູ້ສຳຜັດທັງໝົດ 18 ຄົນຄື: ເພື່ອນຮ່ວມງານທີ່ຂີ່ລົດຄັນດຽວກັບນະຄອນຫຼວງວຽງຈັນ ຈໍານວນ 7 ຄົນ, ຄອບຄົວ: ລູກ, ແມ່, ນ້ອງສາວ ແລະ ນ້ອງເຄີຍ ລວມ 5 ຄົນ, ເພື່ອນກິນເບຍຢູ່ບ້ານດອນກອຍ ເມືອງສີສັດຕະນາກ ຈໍານວນ 2 ຄົນ; ເພື່ອນຮ່ວມງານທີ່ຢູ່ຫ້ອງດຽວກັນ ແຄມພູຄໍາ ແຂວງໄຊສົມບູນ 1 ຄົນ,ທີມງານປະຊຸມແຕ່ລະເຊົ້າຢູ່ແຄມພູຄໍາ ແຂວງໄຊສົມບູນ 3 ຄົນ.

ສຳລັບຜູ້ຕິດເຊື້ອຄົນທີ 14 ມີຜູ້ສຳພັດ ໃກ້ຊິດ ທັງໝົດ 10 ຄົນ ມີດັ່ງນີ້: ໜູ່ເພື່ອນເດີນທາງຮ່ວມກັນມາຈໍານວນ 5 ຄົນ, ພໍ່-ແມ່, ອ້າຍ, ນ້ອງສາວ ລວມທັງໝົດ 5 ຄົນ.