ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ຈັດກອງປະຊຸມສຸກເສີນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ເພື່ອທົບທວນການຈັດຕັ້ງປະຕິບັດ ແລະ ກຳນົດມາດຕະການຄວບຄຸມໂກວິດໃນຕໍ່ໜ້າ. ໂດຍການເປັນປະ ທານຂອງທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຂັ້ນແຂວງ. ມີຄະນະປະຈຳພັກແຂວງ, ຄະນະສະເພາະກິດຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງອຸດົມໄຊ ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລາຍງານ ສະພາບ ການຈັດຕັ້ງປະຕິບັດການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຢູ່ແຂວງອຸດົມໄຊ ໂດຍໃຫ້ຮູ້ວ່າ ປັດຈຸບັນ, ທົ່ວໂລກມີລາຍງານກໍລະນີ ທັງໝົດ 205 ປະເທດ, ມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະ ຍາດ COVID-19 ແລ້ວ 1.201.443 ຄົນ ເພີ່ມຂື້ນ 82.800 ຄົນ, ເສຍຊິວິດແລ້ວ 64.688 ຄົນ ແລະ ປິ່ນປົວດີແລ້ວ 246.258 ຄົນ. ແຕ່ສຳລັບຢູ່ ສປປ ລາວ ມາຮອດວັນທີ 8 ເມສາ ນີ້, ມີຜູ້ຕິດເຊື້ອແລ້ວ 14 ຄົນ. ສຳລັບແຂວງອຸດົມໄຊ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດການເຝົ້າລະວັງມາແຕ່ທ້າຍເດືອນມັງກອນ ເປັນຕົ້ນມາ. ມາຮອດປັດຈຸບັນພົບກໍລະນີສົງໄສ ແລະ ເກັບຕົວຢ່າງສົ່ງໄປກວດທັງໝົດ 9 ກໍລະນີ. ໃນນັ້ນ, 6 ກໍລະນີ ບໍ່ພົບເຊື້ອພະຍາດໂຄວິດ-19, ສ່ວນອີກ 3 ກໍລະນີ ແມ່ນລໍຖ້າຜົນຜົນກວດ. ພ້ອມດຽວກັນນີ້, ຄະນະສະເພາະກິດຂັ້ນແຂວງ ແລະ ເມືອງກໍໄດ້ຜັນຂະຫຍາຍມະຕິ, ຄຳສັ່ງແນະນຳ ແລະ ບັນດານິຕິກຳຕ່າງໆ ເພື່ອຕ້ານແລະສະກັດກັ້ນຢ່າງຕໍ່ເນື່ອງ.

ເຖິງແມ່ນວ່າ ແຂວງອຸດົມໄຊ ຍັງບໍ່ທັນມີກໍລະນີຕິດເຊື້ອພະຍາດດັ່ງກ່າວກໍຕາມ ແຕ່ກໍເປັນແຂວງໜຶ່ງທີ່ມີຄວາມສ່ຽງສູງ ເນື່ອງຈາກວ່າມີບາງກຸ່ມຄົນທີ່ຢູ່ຕາມສະຖານທີ່ຕ່າງໆໄດ້ມີການສຳພັດ ແລະ ໃກ້ສິດກັບຜູ້ຕິດເຊື້ອ, ເຊິ່ງມີຄວາມສ່ຽງຕໍ່ການແພ່ເຊື້ອ. ປັດຈຸບັນ, ທາງຄະນະສະເພາະກິດ ສາມາດສັງລວມຂໍ້ມູນຜູ້ສຳພັດ ແລະ ໃກ້ຊິດ ໃນທົ່ວແຂວງໄດ້ທັງໝົດ 120 ຄົນ. ໃນນັ້ນ, ມີຜູ້ສຳພັດໂດຍກົງທັງໝົດ 50 ຄົນ ແລະ ມີຜູ້ໃກ້ຊິດກັບຜູ້ສຳພັດ 70 ຄົນ. ຕໍ່ກັບບຸກຄົນຈຳນວນດັ່ງກ່າວ, ຄະນະສະເພາະກິດແຕ່ລະເມືອງ ແມ່ນໄດ້ມີການຕິດຕາມອຸ່ນຫະພຸມ ແລະ ສຸຂະພາບຂອງພວກກ່ຽວພາຍໃນ 3 ອາທິດ ໂດຍເລີ່ມແຕ່ມື້ສຳພັດເປັນຕົ້ນມາ ພ້ອມທັງໄດ້ແນະນຳໃຫ້ພວກກ່ຽວສືບຕໍ່ຕິດຕາມ ແລະ ກັກບໍລິເວນຕົວເອງຢູ່ໃນຄອບຄົວຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ.

ສຳລັບຜູ້ທີ່ສຳພັດໂດຍກົງກັບຜູ້ຕິດເຊື້ອເປັນເວລາດົນ, ເຊິ່ງມີຄວາມສ່ຽງສູງ ທາງພະແນກສາທາລະນະສຸກແຂວງແມ່ນໄດ້ລົງຕິດຕາມອຸ່ນຫະພຸມໂດຍກົງຈົນຄົບ 3 ອາທິດ. ນອກນີ້, ຄະນະສະເພາະກິດ ຍັງໄດ້ຕັ້ງຈຸດກັກບໍລິ ເວນສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດ, ຕ່າງແຂວງ ເພື່ອຕິດຕາມອາການເຂົາເຈົ້າ, ເຊິ່ງລວມມີທັງໝົດ 99 ຈຸດ ມີ 1.838 ຄົນ. ເພື່ອປ້ອງກັນໃຫ້ມີຄວາມປອດໄພ9ຢູ່ພາຍໃນແຂວງອຸດົມໄຊ.