ໃນວັນທີ 3 ເມສາ ທີ່ຜ່ານມາ, ກອງບັນຊາການຕຳຫຼວດ ແຂວງດຽນບຽນ ໄດ້ມອບອຸປະກອນການແພດໃຫ້ກອງບັນຊາການ ປກສ 6 ແຂວງ ພາກເໜືອຂອງລາວ ໂດຍພິທີດັ່ງກ່າວຈັດຂຶ້ນຢູ່ທີ່ດ່ານສາກົນໄຕຈາງ ສສ ຫວຽດນາມ. ອຸປະກອນທີ່ນຳມາມອບຄັ້ງນີ້ ປະກອບມີ: ຜ້າອະນາໄມອັດປາກ ຈຳນວນ 12.000 ຜືນ ແລະ ເຈວລ້າງມື ຈຳນວນ 600 ກ່ອງ. ໃນນີ້, ມອບໃຫ້ ປກສ ແຂວງອຸດົມໄຊ ປະກອບມີຜ້າອັດປາກ ຈຳນວນ 2.000 ຜືນ ແລະ ເຈວລ້າງມື 100 ຂວດ.

ກ່າວມອບເຄື່ອງຄັ້ງນີ້ໂດຍ ພັທ ລຸມິງເຟືອງ ຫົວໜ້າຫ້ອງເສນາ ກອງບັນຊາການຕຳຫຼວດ ແຂວງດຽນບຽນ ແລະ ກ່າວຮັບໂດຍຕ່າງໜ້າກອງບັນຊາການ ປກສ 6 ແຂວງພາກເໜືອ. ພ້ອມນັ້ນ, ຝ່າຍ ປກສ ລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກອງບັນຊາການຕຳຫຼວດ ແຂວງດຽນບຽນ ທີ່ເຫັນຄວາມສຳຄັນຕໍ່ ປກສ ລາວ ແລະ ເປັນການຮັກສາສາຍສຳພັນທີ່ດີລະຫວ່າງສອງປະເທດ.