ວັນທີ 8 ເມສາ ນີ້, ບໍລິສັດ ພົງຊັບທະວີ ຈຳກັດຜູ້ດ່ຽວ ມອບເຄື່ອງຊ່ວຍເຫຼືອໃນການຕ້ານພະຍາດໂຄວິດ-19 ໃຫ້ກໍາລັງ ປກສ ເພື່ອນໍາໄປແຈກຢາຍໃຫ້ກັບເຈົ້າໜ້າທີ່ທີ່ກໍາລັງປະຕິບັດໜ້າທີ່ຕໍ່ສັງຄົມ ລວມມູນຄ່າ 20.700.000 ກີບ. ກ່າວຮັບໂດຍ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າສະເພາະກິດຂັ້ນກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ.

ທ່ານ ຈັນທະວີ ແສງລາດາ ຫົວໜ້າຫ້ອງການບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ກ່າວວ່າ: ການແພ່ລະບາດຂອງພະບາດໂຄວິດ-19 ແມ່ນຮ້າຍແຮງທີ່ສຸດໃນທົ່ວໂລກ, ເຊິ່ງຫຼາຍປະເທດກໍາລັງປະເຊີນຢູ່ໃນປັດຈຸບັນນີ້. ສຳລັບຢູ່ ສປປ ລາວ ການນຳພັກ-ລັດ ແມ່ນໄດ້ສຸມທຸກກຳລັງເຂົ້າໃນການປ້ອງກັນເພື່ອສະກັດກັ້ນ ແລະ ຕ້ານການພ່ລະບາດ ໂດຍສະເພາະແມ່ນກຳລັງແພດໝໍ, ກຳລັງທະຫານ ແລະ ກຳລັງເຈົ້າໜ້າທີ່ຕຳຫຼວດທີ່ໄດ້ປະຕິບັດເຝົ້າລະວັງຕະຫຼອດ 24 ຊົ່ວໂມງ.

ໃນໂອກາດນີ້, ທາງບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຈຶ່ງເຫັນຄວາມສຳຄັນ ແລະ ໄດ້ປະກອບສ່ວນເຂົ້າໃນການປ້ອງກັນພະຍາດຄັ້ງນີ້ ປະກອບມີ: ຜ້າອັດປາກ 100 ກັບ ເຄື່ອງວັດທກອຸນຫະພູມ 3 ເຄື່ອງ ລວມມູນຄ່າ 20.700.000 ກີບ.