ວັນທີ 9 ເມສາ 2020, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະຂດ ພ້ອມຄະນະ ໄດ້ລົງເຄື່ອນ ໄຫວກວດກາ ແລະ ຊີ້ນຳໃນການເພີ່ມທະວີວຽກງານປ້ອງກັນ ເຊື້ອພະຍາດລະບາດ ໂຄວິດ-19 ຢູ່ຄ້າຍຄຸມ ຂັງຫຼັກ 6, ຫ້ອງກັກຂັງຊົ່ວຄາວ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ການລົງເຄື່ອນໄຫວກວດກາ ແລະ ຊີ້ນຳໃນຄັ້ງນີ້, ຄະນະຄ້າຍຄຸມຂັງຫຼັກ 6 ໄດ້ລາຍງານບາງສະພາບກ່ຽວກັບການຈັດຕັ້ງປະຕິບັດການເຮັດໜ້າທີ່ວຽກງານປ້ອງກັນເຝົ້່າລະວັງການຕິດເຊື້ອພະຍາດໂຄວິດ-19 ເພື່ອບໍ່ໃຫ້ມີການຕິດເຊື້ອຢູ່ໃນຄ້າຍຄຸມຂັງຫຼັກ 6. ພ້ອມດຽວກັນນັ້ນ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ ໄດ້ເອົາໃຈໃສ່ລົງຊີ້ນຳຢ່າງໃກ້ຊິດຕິດແທດ ດ້ວຍຄວາມຮັບພິຊອບສູງ ແລະ ເຂັ້ມງວດ. ນອກນັ້ນ, ຄະນະຮັບພິດຊອບຄຸມຂັງໄດ້ເອົາໃຈໃສ່ໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ໃນການເຂົ້າ-ອອກ ໂດຍມີການ ຂ້າເຊື້ອດ້ວຍເຈວລ້າງມື, ພົ່ນນໍ້າຢາຂ້າເຊື້ອ, ໃສ່ຜ້າອັດປາກ ແລະ ວັດແທກອຸນຫະພູມຢ່າງຢ່າງລະອຽດ. ສຳລັບຜູ້ທີ່ມາຢ້ຽມຢາມຍາດພີ່ ຫຼື ມາສົ່ງອາຫານໃຫ້ຜູ້ຖືກຫາໃນໄລຍະນີ້ແມ່ນໄດ້ມີການປິດຊົ່ວຄາວ.

ທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ສະເພາະກໍຄືຄະນະຮັບພິຊອບຢູ່ໃນຄ້າຍຄຸມຂັງຫຼັກ 6 ໃຫ້ເອົາໃຈໃສ່ເຮັດໜ້າທີ່ວຽກງານປ້ອງກັນຢ່າງເຂັ້ມງວດ ແລະ ເປັນເຈົ້າການໃນການກວດກາຕິດຕາມເຜົາລະວັງການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ, ເອົາໃຈໃສກວດກາລະບົບນໍ້າປະປາ, ອ່າງເກັບນໍ້າໃຊ້ຂອງພະນັກງານ ຫຼື ຜູ້ຖືກຫາໃຫ້ມີຄວາມສະດວກສະບາຍ, ໃຫ້ເອົາໃຈໃສ່ ອະນາໄມເປັນປົກະຕິຕາມສະຖານທີ່ຢູ່ຂອງພະນັກງານ-ນັກຮົບຢູ່ໃນຄຸມຂັງໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ເພື່ອຫຼີກລ່ຽງຈາກການແພ່ລະຍາດອື່ນໆ.

ໃນຕ່ອນບາຍຂອງວັນດຽວກັນ, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ລົງເຄື່ອນໄຫວກວດກາຊີ້ນຳໃຫ້ເພີ່ມທະວີການເຮັດໜ້າທີ່ປ້ອງກັນເວນຍາມຂອງເຈົ້າໜ້າທີ່ ປກຊ-ປກສ ແລະ ແພດໝໍໃນການເຝົ້າລະວັງຕິດຕາມການແພ່ເຊື້ອພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນຢູ່ແຂວງສະຫວັນນະເຂດ, ເຊິ່ງໄດ້ລົງກວດກາຢູ່ບັນດາຈຸດຕ່າງໆຕາມເສັ້ນທາງຜ່ານລະຫວ່າງເມືອງຕໍ່ເມືອງໃນເທດສະບານນະຄອນໄກສອນພົມວິຫານ .