ໃນວັນທີ 8 ເມສາ 2020, ພັທ ບຸນເລີດ ຄະທຸມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ລົງຊີ້ນໍາວຽກງານຢູ່ສູນດັດສ້າງຫຼັກ 33 ຄຳສະຫວ່າງ ເພື່ອຕ້ານສະກັດກັ້ນເຊື້ອພະຍາດໂຄວິດ-19 ບໍ່ໃຫ້ແພ່ລະບາດເຂົ້າມາໃນສູນ ໂດຍມີ ພັທ ນາລິດ ແກ້ວຄຳສິງ ຮອງຄ້າຍຄຸມຂັງດັດແກ້ງຄັນ ທັງເປັນຜູ້ຊີ້ນຳສູນດັດສ້າງຫຼັກ 33, ມີຄະນະສູນດັດສ້າງ ແລະ ພະນັກງານ-ນັກຮົບໃຫ້ການຈ້ອນຮັບ.

ພັທ ບຸນເລີດ ຄະທຸມພົມ ໄດ້ຊີ້ນໍາໃຫ້ຄະນະສູນດັດສ້າງໃຫ້ເອົາໃຈໃສ່ໃນການເຮັດໜ້າທີ່ວຽກງານຕ້ານສະກັດກັ້ນເຊື້ອພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເຂົ້າມາໃນສູນ,ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວິທີປ້ອງກັນ ຕາມຫຼັກການຂອງແພດຢ່າງເຄັ່ງຄັດ ແລະ ເຂັ້ມງວດ ໃນການເຂົ້າ-ອອກສູນ, ການເຂົ້າມາຢ້ຽມ ຫຼື ມາສົ່ງເຂົ້າຜູ້ດັດສ້າງໃນສູນ ໃນຊ່ວງໄລຍະນີ້ ແມ່ນໃຫ້ຢຸດຊົ່ວຄາວ, ພະນັກງານ-ນັກຮົບກ່ອນຊິເຂົ້າສູນຕ້ອງໃສ່ຜ້າອັດປາກ, ລ້າງມືດ້ວຍເຈວກ່ອນ; ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ໃນການກິນຢູ່ຂອງນັກໂທດ-ດັດສ້າງໃຫ້ຢູ່ໃນລະບຽບການ, ໃຫ້ທຳການຜະລິດກະສິກຳ, ການປູກຝັງ, ລ້ຽງສັດ, ແກະສະຫຼັກອື່ນໆ, ໃຫ້ເຈົ້າໜ້າທີ່ເອົາໃຈໃສ່ໂຄສະນາເຊື່ອມຊຶມບັນດາເອກະສານ ຫຼື ແຈ້ງການຕ່າງໆຢ່າງຕໍ່ເນື່ອງ ແລະ ເປັນປະຈຳ.

ໂອກາດດຽວກັນ, ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ນໍາເອົານໍ້າດື່ມ ຈໍານວນ 40 ແຟັກມູນຄ່າ 600.000 ກີບ ໄປມອບໃຫ້ສູນດັດສ້າງຫຼັກ 33 ຄໍາສະຫວ່າງ ເພື່ອປະກອບສ່ວນເຂົ້າໃນການເຮັດໜ້າທີ່ ວຽກງານປ້ອງກັນສະກັດກັ້ນເຊື້ອພະຍາດໂຄວິດ-19.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ພັທ ບຸນເລີດ ຄະທຸມພົມ ຍັງໄດ້ລົງຊີ້ນຳວຽກງານປ້ອງກັນເຊື້ອພະຍາດໂຄວິດ-19 ຢູ່ຈຸດກວດກາສາຍທາງເລກ 13 ເຂດບ້ານຫ້ວຍ ນະຄອນໄກສອນພົມວິຫານ ແລະ ໃນມື້ຕໍ່ມາຄະນະກອງບັນຊາການ ປກສ ແຂວງ ກໍໄດ້ລົງຊຸກຍູ້, ຊີ້ນຳແຕ່ລະຈຸດກວດກາຕ່າງໆຂອງອ້າຍນ້ອງກຳລັງ ປກຊ-ປກສ , ແພດ-ໜໍ ໃນນະຄອນໄກສອນ ໃນການສະກັດກັ້ນເຊື້ອພະຍາດໂຄວິດ-19 ແລະ ໄດ້ນໍາເອົານໍ້າດື່ມຈໍານວນໜຶ່ງ ແລະ ຜ້າປິດປາກໄປມອບໃຫ້ແຕ່ລະຈຸດຕື່ມອີກ.