ບໍ່​ຄຳ-ທອງ​ເຊ​ໂປນ ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ແຂວງສະຫວັນນະເຂດ
ບໍ່ຄຳ-ທອງເຊໂປນ ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ແຂວງສະຫວັນນະເຂດ

ວັນທີ 10 ເມ​ສາ 2020, ບໍ​ລິ​ສັດລ້ານ​ຊ້າງ ມີ​ເນໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ມອບອຸປະກອນ-ເຄື່ອງ​ມື​ປ້ອງ​ກັນ​ການ​ລະ​ບາດ COVID-19 ໃຫ້​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ເມືອງວິ​ລະ​ບູ​ລີ ລວມມູນຄ່າທັງໝົດ 142.000.000 ກີບ; ໃນ​ນີ້, ມອບ​ໃຫ້ເມືອງວິ​ລະ​ບູ​ລີ ມູນ​ຄ່າ 44.500.000​ ກີບ ປະກອບມີ: ໜ້າ​ກາກ​ອະ​ນາ​ໄມ, ເຄື່ອງກວດ​ອຸນ​ຫະ​ພູມ​ຮ່າງ​ກາຍ, ນ້ຳ​ຢາ​ລ້າງ​ມື, ເຄື່ອງ​ສະ​ເປ​​ຢາ​ຂ້າ​ເຊື້ອ ​ໄຟ​ຟ້າ ແລະ ນ້ຳ​ຢາ​ຂ້າ​ເຊື້ອ.

ຕາງ​ໜ້າ ບໍ​ລິ​ສັດ ລ​ຊມ​ລ ມອບໂດຍ ທ່ານ ​ນາງ ລັດ​ສະ​ນີ ສີ​ສານ ຫົວ​ໜ້າ​ພົວ​ພັນ​ກັບ​ລັດ​ຖະ​ບານ, ຮັບໂດຍ ທ່ານ ພູ​ຂົງ ນາມ​ມະ​ຈັກ ຫົວ​ໜ້າ​ຫ້ອງ​ການ​ປົກ​ຄອງ​ແຂວງ​ສະ​ຫວັນ​ນະ​ເຂດ ໂດຍຊ້ອງໜ້າ ທ່ານ ປອ ໂພ​ໄຊ ໄຊ​ຍະ​ສອນ ຮອງ​ເຈົ້າ​ແຂວງໆ​ສະ​ຫວັນ​ນະ​ເຂດ; ສ່ວນເມືອງ ວິລະບູລີ ມອບໂດຍ ທ່ານ ພໍ ແຮ​ຣິ​ສ໌ ຜູ້​ຈັດ​ການ​ໃຫ​ຍ່ ລ​ຊມ​ລ, ຮັບໂດຍ ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ ເຈົ້າ​ເມືອງໆ​ວິ​ລະ​ບູ​ລີ.

ທ່ານ ພໍ ແຮ​ຣິ​ສ໌ ຜູ້​ຈັດ​ການ​ໃຫ​ຍ່ ລ​ຊມ​ລ ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ເມືອງວິລະບູລີ
ທ່ານ ພໍ ແຮ​ຣິ​ສ໌ ຜູ້​ຈັດ​ການ​ໃຫ​ຍ່ ລ​ຊມ​ລ ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ເມືອງວິລະບູລີ

ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ຂອງ ລ​ຊມ​ລ ກ່າວວ່າ: ທາງ​ບໍ​ລິ​ສັດ ລ​ຊມ​ລ ຫວັງ​ເປັນ​ຢ່າງ​ຍິ່ງວ່າອຸ​ປະ​ກອນເຄື່ອງ​ມື​ທີ່​ຈຳ​ເປັນ​ເຫຼົ່າ​ນີ້ ຈະ​ປະ​ກອບ​ສ່ວນ​ໃນການ​ຕໍ້​ສູ້​ຮັບ​ມືກັບ​ການ​ລະ​ບາດ​ COVID-19 ແລະ ທັງ​ຈະ​ຊ່ວຍ​ໃຫ້ພະ​ນັກ​ງານ​​ໃນແຖວ​ໜ້າ ກໍ​ຄື​ແພດ​ໝໍ ແລະ ປະ​ຊາ​ຊົນ​ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ໄດ້​​ຮັບ​ຄວາມສະ​ດວກຍິ່ງ​ຂຶ້ນ.