ທ່ານ ປະທານສະຫະພັນແມ່ຍິງ ກະຊວງ ປກສ ຮຽກຮ້ອງໃຫ້ສະມາຊິກແມ່ຍິງ ທົ່ວກຳລັງປ້ອງກັນຄວາມສະຫງົບ ເອົາໃຈໃສ່ 4 ບັນຫາຫຼັກໆ ເພື່ອປ້ອງກັນ ແລະ ຮັບມືກັບພະຍາດໂຄວິດ-19 ເພື່ອບໍ່ໃຫ້ຕົນເອງຕົກຢູ່ກຸ່ມສ່ຽງ ແລະ ຕິດພະຍາດດັ່ງກ່າວ.

ປະທານສະຫະພັນແມ່ຍິງ ກະຊວງ ປກສ
ປະທານສະຫະພັນແມ່ຍິງ ກະຊວງ ປກສ

        ພັທ ນາງ ຄໍາຢາດ ວິໄລວັນ ປະທານສະຫະພັນແມ່ຍິງ ກະຊວງ ປກສ ກ່າວຜ່ານສື່ມວນຊົນ ປກສ ໃນວັນທີ 13 ເມສາ 2020 ວ່າ: ເພື່ອເປັນການຈັດຕັ້ງປະຕິບັດມະຕິຄໍາສັ່ງເລກທີ 06 ຂອງລັດຖະບານ ແລະ ຄໍາສັ່ງຂອງກະຊວງ ປກສ ກ່ຽວກັບການຕ້ານການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ທີ່ແຜ່ລະບາດຢູ່ໃນທົ່ວໂລກ ລວມທັງປະເທດເຮົາໃນປັດຈຸບັນ; ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ກໍຄືແມ່ຍິງທົ່ວກຳລັງປ້ອງກັນຄວາມສະຫງົບ ໃຫ້ເອົາໃຈໃສ່ 4 ບັນຫາຫຼັກ ເພື່ອສະກັດກັ້ນ ແລະ ຮັບມືກັບພະຍາດດັ່ງກ່າວໃຫ້ສາມາດຜ່ານວິກິດໄປໄດ້ ເຊິ່ງປະກອບມີດັ່ງນີ້:

  1. ເອົາໃຈໃສ່ສຶກສາອົບຮົມ ສະມາຊິກແມ່ຍິງ ກໍຄືແມ່ຍິງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີສະຕິໃນການເຄື່ອນໄຫວໃນການດຳລົງຊີວິດ, ປະຕິບັດມາດຕະການທີ່ລັດຖະບານວາງອອກຢ່າງເຂັ້ມງວດ, ຖ້າບໍ່ຈຳເປັນບໍ່ຄວນອອກຈາກເຮືອນ, ບໍ່ຕັ້ງວົງຊຸມແຊວ, ຫຼີກລ່ຽງການຊຸມແຊວທີ່ມີຄົນຫຼາຍ, ທີ່ສຳຄັນເອົາໃຈໃສ່ປະຕິບັດຕາມຫຼັກການປ້ອງກັນຂອງກະຊວງສາທາວາງອອກ ໂດຍສະເພາະແມ່ນໃສ່ຜ້າອັດປາກ-ດັງ, ລ້າງມື້ທຸກຄັ້ງໃນເວລາຈັບບາຍ, ຢູ່ຮ່າງກັນຢ່າງໜ້ອຍ 2 ແມັດ ກັບຄົນທີ່ບໍ່ຮູ້ຈັກ.
  2. ໃນຖານະທີ່ພວກເຮົາເປັນແມ່, ເປັນຜູ້ມີບົດບາດຢູ່ໃນຄອບຄົວ ຕ້ອງເອົາໃຈໃສ່ສຶກສາອົບຮົມລູກ-ຫຼານ, ສະມາຊິກໃນຄອບຄົວໃຫ້ປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງລັດຖະບານວາງອອກຢ່າງເຂັ້ມງວດ, ບໍ່ປະປ່ອຍໃຫ້ລູກ-ຫຼານຂອງຕົນໄປກະທຳໃນສິ່ງທີ່ຜິດຕໍ່ລະບຽບກົດໝາຍ ຫຼື ຂໍ້ຫ້າມຕ່າງໆ ເປັນຕົ້ນແມ່ນດື່ມສິ່ງມຶນເມົາຕັ້ງວົງຊຸມແຊວກັນເປັນກຸ່ມ, ຂັບຂີ່ລົດກວນເມືອງ.
  3. ເອື້ອຍ-ນ້ອງແມ່ຍິງທຸກທົ່ວໜ້າ ຕ້ອງເອົາໃຈໃສ່ເພີ່ມທະວີຍົກສູງສະຕິລະວັງຕົວໃນການເຄື່ອນໄຫວ, ການດຳລົງຊີວິດ ຖ້າວ່າທ່ານຫາກຮູ້ວ່າຕົນເອງມີການພົວພັນກັບກຸ່ມສ່ຽງຕິດເຊື້ອພະຍາດດັ່ງກ່າວໃຫ້ເຂົ້າໄປກວດຫາເຊື້ອຢູ່ໂຮງໝໍ ແລະ ກັກປ່ຽວຕົນເອງຢ່າງໜ້ອຍ 14 ວັນ.
  4. ໃນໄລຍະພະຍາດລະບາດນີ້, ເອື້ອຍ-ນ້ອງແມ່ຍິງຕ້ອງມີການວາງແຜນໃນການດຳລົງຊີວິດ, ໃຊ້ຈ່າຍຢ່າງປະຢັດມັດທະຍັດ, ບໍ່ຫຼິ້ນກິນຟຸມເຟືອຍ, ທີ່ສຳຄັນຕ້ອງມີການສ້າງເສດຖະກິດຄອບຄົວຕາມຄວາມສາມາດຂອງແຕ່ລະຄົນ ເພື່ອສະກັດກັ້ນ ແລະ ຮັບມືກັບສະພາບພະຍາດໂຄວິດ-19 ລະບາດໃຫ້ໄດ້ ແລະ ຜ່ານພົ້ນໄປດ້ວຍດີ.