ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ໄດ້ຈັດ ກອງປະຊຸມປຶກສາຫາລື ແລະ ລາຍງານສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ໃນວັນທີ 13 ເມສາ 2020 ເປັນປະທານໂດຍ ທ່ານ ສົມດີ ດວງດີ ຮອງນາຍຍົກລັດຖະມົນຕີ ລມຕ ກະຊວງການເງິນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ມີຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມດີ ດວງດີ ປະທານ ກອງປະຊຸມປຶກສາຫາລື ແລະ ລາຍງານສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19
ທ່ານ ສົມດີ ດວງດີ ປະທານ ກອງປະຊຸມປຶກສາຫາລື ແລະ ລາຍງານສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19

ໃນກອງປະຊຸມໄດ້ສະພາບການລະບາດຢູ່ ສ ປ ປ ລາວ ຮອດວັນທີ 13 ເມສາ 2020 ມີການກວດວິເຄາະກໍລະນີສົງໃສທັງໝົດ 1.​186 ຕົວຢ່າງ, ໃນນັ້ນ 19 ກໍລະນີຖືກຢັ້ງຢືນທາງຫ້ອງວິເຄາະວ່າຕິດເຊື້ອ COVID-19 ແລະ ຍັງຈະສືບຕໍ່ຕິດຕາມກໍລະນີສໍາຜັດໃກ້ຊິດກັບຄົນເຈັບທັງໝົດ 79 ຄົນ;​ ຄົນເຈັບທັງໝົດແມ່ນໄດ້ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບມີທັງໝົດ 16 ຄົນ, 15 ຄົນມີອາການເບົາບາງ, 1 ຄົນມີອາການປານກາງ, 10 ຄົນ ແມ່ນປິ່ນປົວຄົບກໍານົດແລ້ວ ແຕ່ຜົນກວດຍັງພົບເຊື້ອຢູ່, ດັ່ງນັ້ນຈຶ່ງສືບຕໍ່ນອນຕິດຕາມອາການ, ຍັງເຫຼືອ 6 ຄົນ ແມ່ນສືບຕໍ່ປິ່ນປົວໃຫ້ຢາຈົນຄົບ; ໂຮງໝໍແຂວງຫຼວງພະບາງມີ 3 ຄົນ ປິ່ນປົວດ້ວຍຢາຄົບກໍານົດແລ້ວ, ມີອາການເບົາບາງ ແຕ່ຜົນກວດຍັງພົບເຊື້ອ ດັ່ງນັ້ນຈຶ່ງສືບຕໍ່ປິ່ນປົວຕາມອາການ.

ຜ່ານການຈັດຕັ້ງປະຕິບັດຕ້ານການແພລະບາດ COVID-19 ເຫັນວ່າສິ່ງທ້າທາຍຫຼາຍຢ່າງຄຶ: ມີແຮງງານລາວເຂົ້າມາຜ່ານດ່ານຊາຍແດນພ້ອມກັນເປັນຈຳນວນຫຼາຍ, ຈຳນວນໜຶ່ງລັກລອບເຂົ້າປະເທດ ໂດຍບໍ່ຜ່ານດ່ານກວດກາກັ່ນກອງຜູ້ຕິດເຊື້ອ, ສະຖານທີຂອງສູນຈຳກັດບໍລິເວນຢູ່ທ້ອງຖິ່ນບໍ່ໄດ້ມາດຕະຖານ, ມີການໃຊ້ສິ່ງຂອງຮ່ວມກັນ, ປະຕິບັດໄລຍະຫ່າງບໍ່ໄດ້, ສິ່ງອຳນວຍຄວາມສະດວກບໍ່ພຽງພໍ; ຜູ້ຈຳກັດຕົນເອງຢູ່ເຮືອນ ບໍ່ປະຕິບັດບັດຕາມຫຼັກການຢ່າງເຄັ່ງຄັດ; ຄະນະຮັບຜິດຊອບຕິດຕາມກວດກາການຈໍາກັດບໍລິເວນບໍ່ທົ່ວເຖິງ, ບໍ່ມີມາດຕະການປັບໃໝໃສ່ວິໄນຕໍ່ຜູ້ລະເມີດການຈຳກັດບໍ່ໃຫ້ອອກເຮືອນ ຫຼື ທີ່ພັກ, ການຫ້າມຈັດກິດຈະກຳໂຮມຕົວກັນບໍ່ໃຫ້ເກີນ 10 ຄົນ, ການປະຕິບັດໄລຍະຫ່າງ ຍັງບໍ່ເຄັ່ງຄັດ; ມາດຕະການປິ່ນປົວຜູ້ຕິດເຊື້ອ, ການຕິດຕາມຫາຜູ້ສຳຜັດໃກ້ສິດກັບຜູ້ຕິດເຊື້ອ ແລະ ການວິເຄາະຢັ້ງຢືນພະຍາດຜູ້ຕິດເຊື້ອ ແລະ ຜູ້ສຳຜັດໃກ້ສິດຈຳນວນໜຶ່ງບໍ່ໃຫ້ການຮ່ວມມືໃນການປະຕິບັດຂໍ້ແນະນຳ, ໃຫ້ຂໍ້ມູນບໍ່ລະອຽດ; ເຄື່ອງກວດວິເຄາະຍັງບໍ່ມີຢູ່ທຸກແຂວງ, ການສົ່ງຕົວຢ່າງມານະຄອນຫຼວງວຽງຈັນຊັກຊ້າ; ການປິ່ນປົວດ້ວຍຢາຕ້ານ COVID-19 ຄົບກຳນົດເວລາ 10 ວັນແລ້ວ ແຕ່ຜົນການກວດວິເຄາະຍັງມີເຊື້ອພະຍາດ ຕ້ອງໄດ້ສືບຕໍ່ຕິດຕາມຢູ່ໂຮງໝໍອີກ; ສະຖານທີ່ຮອງຮັບຜູ້ສຳຜັດໃກ້ຊິດມາແຍກປ່ຽວ ເພື່ອເກັບຕົວຢ່າງ, ສະຖານທີ່ຮອງຮັບໃຫ້ແພດທີ່ປະຕິບັດໜ້າທີ່ ຈຳກັດບໍລິເວນຕົນເອງ ຍັງບໍ່ພຽງພໍ ເຊິ່ງກຳລັງສຳຫຼວດຂຶ້ນແຜນສະຖານທີທີ່ການນຳໄດ້ກໍານົດໃຫ້ ແລະ ໄດ້ປະສານງານກັບໂຮງແຮມຕ່າງໆ; ອຸປະກອນຮັບໃຊ້ການແພດ, ອຸປະກອນປ້ອງກັນພະນັກງານແພດ ແລະ ອຸປະກອນປ້ອງກັນຕົນເອງເພື່ອແຈກຢາຍປະຊາຊົນ ມີຈຳນວນຈຳກັດ, ເຖິງວ່າໄດ້ຂຶ້ນແຜນ ແຕ່ການຈັດຊື້ແຕ່ກໍ່ມີຄວາມຊັກຊ້າ.

ສໍາລັບທິດທາງໃນຕໍ່ໜ້າ, ສືບຕໍ່ປະຕິບັດມາດຕະການກັ່ນກອງຜູ້ເດີນທາງຜ່ານດ່ານຊາຍແດນຢ່າງເຄັ່ງຄັດ ແລະ ຊີ້ນໍາໃຫ້ອໍານາດການປົກຄອງທ້ອງຖິ່ນຂຶ້ນບັນຊີຜູ້ລັກລອບເຂົ້າເມືອງໂດຍບໍ່ຜ່ານດ່ານ ແລະ ເອົາໃຈໃສ່ຕິດຕາມການປະຕິບັດມາດຕະການຈໍາກັດບໍລິເວນຕົນເອງຢ່າງເຄັ່ງຄັດ; ປັບປຸງມາດຕະຖານຂອງສູນຈໍາກັດບໍລິເວນຢູ່ແຕ່ລະທ້ອງຖິ່ນ, ກັ່ນກອງ, ໄຈ້ແຍກເປັນກຸ່ມຜູ້ມີຄວາມສ່ຽງສູງ ແລະ ຄວາມສ່ຽງຕໍ່າ ເພື່ອຕິດຕາມຢ່າງເຄັ່ງຄັດຕໍ່ຜູ້ທີ່ມີຄວາມສ່ຽງສູງ ພ້ອມທັງເກັບຕົວຢ່າງມາວິເຄາະ; ມີມາດຕະການປັບໃໝ ລົງວິໄນ ຕໍ່ຜູ້ລະເມີດມາດຕະການຈໍາກັດບໍລິເວນ, ຜູ້ອອກຈາກເຮືອນໂດຍບໍ່ມີຄວາມຈໍາເປັນ ແລະ ຜູ້ຈັດຕັ້ງການໂຮມຊຸມນຸມເກີນ 10 ຄົນໂດຍບໍ່ປະຕິບັດໄລຍະຫ່າງ ແລະ ບໍ່ມີມາດຕະການປ້ອງກັນການຕິດເຊື້ອ; ສືບຕໍ່ຂະຫຍາຍການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ຕື່ມອີກໄລຍະໝຶ່ງຈົນກວ່າບໍ່ມີລາຍງານການຕິດເຊື້ອຕໍ່ເນື່ອງກັນ 14 ວັນ; ຜ່ອນຜັນບາງມາດຕະການດໍາເນີນທຸລະກິດທີ່ມີຄວາມສ່ຽງຕໍ່າ ພ້ອມທັງມີວີທີປ້ອງກັນການຕິດເຊື້ອ, ການແຜ່ເຊື້ອ COVID-19 ຢ່າງເຄັ່ງຄັດ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ.