ເນື່ອງຈາກການແຜ່ລະບາດຂອງພະຍາດອັບເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ຜູ້ປະກອບການທຸລະກິດການທ່ອງທ່ຽວ, ຕໍ່ຊີວິດການເປັນຢູ່ຂອງຜູ້ຄົນເປັນວົງກວ້າງ ແລະ ອື່ນໆ; ຕໍ່ກັບສະພາບການດັ່ງກ່າວ, ໃຫ້ເຮັດ ນັກທ່ອງທ່ຽວ ທີ່ມາທ່ຽວແຂວງສາລະວັນ ໄດ້ຮັບຜົນກະທົບ ແລະ ຕົກຄ້າງຢູ່ແຫຼ່ງທ່ອງທ່ຽວຕາດເລາະ ຈຳນວນ 25 ຄົນ ຍິງ 9 ຄົນ; ໃນນັ້ນ, ເປັນຄົນຝຣັ່ງ 19 ຄົນ, ອັງກິດ 3 ຄົນ, ແບນຊິກ, ອິນເດຍ ແລະ ຢີ່ປຸ່ນ ປະເທດລະ 1 ຄົນ.

ມາໃນວັນທີ 10 ເມສາ 2020, ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃນນາມຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັບເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ໄດ້ລົງຕິດຕາມ ແລະ ສອບຖາມຂໍ້ມູນຕ່າງໆ; ເຫັນວ່ານັກທ່ຽວຈຳນວນດັ່ງກ່າວ ໃຫ້ການຮ່ວມມືເປັນຢ່າງດີ, ທັງຮັບຮູ້, ເຂົ້າໃຈກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທັງພາຍໃນ ແລະ ທົ່ວໂລກ, ມີຄວາມຕືີ່ນຕົວໃນການກັກຕົວເອງຢູ່ໃນບໍລິເວນ, ທັງຮັກສາສຸພາບ ແລະ ຕິດຕາມຂໍ້ມູນຂ່າວສານທາງສື່ອອນລາຍເປັນປະຈໍາ ແລະ ບາງຄົນ ກໍໄດ້ໂທແຈ້ງສະຖານທູດຂອງຕົນໄດ້ຮັບຮູ້ນໍາ.

ພະແນກ ຖວທ ແຂວງສາລະວັນ ລົງຕິດຕາມນັກທ່ອງທ່ຽວ 25 ຄົນ ຢ່າງໃກ້ຊິດ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19
ພະແນກ ຖວທ ແຂວງສາລະວັນ ລົງຕິດຕາມນັກທ່ອງທ່ຽວ 25 ຄົນ ຢ່າງໃກ້ຊິດ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19

ນັກທ່ອງທ່ຽວຈຳນວນດັ່ງກ່າວ ສະເລ່ຍອາຍຸ 30-60 ປີ ແລະ ໄລຍະເວລາເຂົ້າປະເທດລາວ ແຕກຕ່າງກັນ ຄື: ເຂົ້າມາລະຫວ່າງເດືອນມັງກອນ 2020 ຈຳນວນ 3 ຄົນ, ເຂົ້າມາລະຫວ່າງເດືອນກຸມພາ 9 ຄົນ ແລະ ເຂົ້າມາໃນລະຫວ່າງເດືອນມີນາ ຈຳນວນ 13 ຄົນ; ເຊິ່ງທັງໝົດແມ່ນຕົກຄ້າງຢູ່ແຫຼ່ງທ່ອງທ່ຽວຕາດເລາະ, ໄດ້ພັກອາໄສຢູ່ເຮືອນພັກຝັນດີຣີສອດ ເມືອງເລົ່າງາມ ຈໍານວນ 19 ຄົນ ຍິງ 7 ຄົນ; ພັກອາໄສຢູ່ເຮືອນພັກສີປະເສີດ ຈໍານວນ 4 ຍິງ 1 ຄົນ ແລະ ເຮືອນພັກປາລະມີ 2 ຄົນ ຍິງ 1 ຄົນ; ໂດຍຜູ້ປະກອບການເຮືອນພັກ ໄດ້ຫຼຸດຄ່າເຊົ່າ ຈຳນວນ 50% ໃນຕະຫຼອດໄລຍະທີ່ພະຍາດຍັງລະບາດ ແລະ ໄດ້ນຳພານັກທ່ອງທ່ຽວຕໍ່ວີຊາ, ປັດສະປໍ ທັງໄດ້ໃຊ້ຊີວິດ, ກິນຢູ່ພັກເຊົາຮ່ວມກັນ.

ພະນັງການວິຊາການພະແນກ ຖວທ ແຂວງສາລະວັນ ວັດແທກອຸນຫະພູມຮ່າງກາຍຂອງນັກທ່ອງທ່ຽວ
ພະນັງການວິຊາການພະແນກ ຖວທ ແຂວງສາລະວັນ ວັດແທກອຸນຫະພູມຮ່າງກາຍຂອງນັກທ່ອງທ່ຽວ

ຈາກນັ້ນ, ຄະນະນຳພະແນກ ຖວທ ແຂວງ ກໍໄດ້ລາຍງານຕໍ່ປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັບເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຂັ້ນແຂວງ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງສາລະວັນ ແລະ ເມືອງເລົ່າງາມ ລົງໄປຕິດຕາມ ແລະ ກວດກາສຸຂະພາບຂອງນັກທ່ອງທ່ຽວ ໃນຄັ້ງວັນທີ 11 ເມສາ 2020; ເພື່ອຕິດຕາມອາການຕ່າງໆຂອງນັກທ່ອງທ່ຽວ ແລະ ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ເນື່ອງຈາກນັກທ່ອງທ່ຽວຈຳນວນດັ່ງກ່າວແມ່ນໄດ້ຜ່ານ ແລະ ມາຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ຢ່າງຮຸນແຮງ.

ບັນດາ ນັກທ່ອງທ່ຽວ ທີ່ຕົກຄ້າງຢູ່ຕາດເລາະ
ບັນດາ ນັກທ່ອງທ່ຽວ ທີ່ຕົກຄ້າງຢູ່ຕາດເລາະ