ເມືອງທຸະຄົມ ແຂວງວຽງຈັນ ປິດການເດີນທາງເຂົ້າ-ອອກເມືອງ ຊົ່ວຄາວ
ເມືອງທຸະຄົມ ແຂວງວຽງຈັນ ປິດການເດີນທາງເຂົ້າ-ອອກເມືອງ ຊົ່ວຄາວ

ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ຂັ້ນກຸ່ມ ແລະ ຂັ້ນບ້ານຂອງເມືອງທຸະຄົມ ແຂວງວຽງຈັນ ໄດ້ເຂັ້ມງວດກວດກາການສັນຈອນຢູ່ຊາຍແດນລະຫວ່າງ ນະຄອນຫຼວງວຽງຈັນ ເພື່ອສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ໂດຍເນັ້ນກວດກາລົດທີ່ເຂົ້າ-ອອກ ຖ້າບໍ່ມີຄວາມຈໍາເປັນ ແລະ ບໍ່ມີ ໜັງສືຢັ້ງຢືນການເດີນທາງ ຈະບໍ່ໃຫ້ຜ່ານເດັດຂາດ.

ທ່ານຮອງເຈົ້າເມືອງໆທຸລະຄົມ ໃຫ້ສຳພາດຕໍ່ນັກຂ່າວກົມສື່ມວນຊົນ ກະຊວງ ປກສ
ທ່ານຮອງເຈົ້າເມືອງໆທຸລະຄົມ ໃຫ້ສຳພາດຕໍ່ນັກຂ່າວກົມສື່ມວນຊົນ ກະຊວງ ປກສ

ທ່ານ ບຸນທັບ ວົງໄຊ ຮອງເຈົ້າເມືອງໆທຸລະຄົມ ຫົວໜ້າສະເພາະກິດກ່ຽວກັບການເຝົ້າລະວັງພະຍາດ covid-19 ຂັ້ນເມືອງ ໃຫ້ສໍາພາດວ່າ: ໃນການສະກັດກັ້ນ ແລະ ຕ້ານການແພ່ລະບາດຂອງພະຍາດ covid-19 ເມືອງທຸລະຄົມ ກໍໄດ້ຈັດຕັ້ງຕິບັດຕາມມາດຕະການຄໍາສັ່ງ ເລກທີ 06/ນຍ ທີ່ວາງອອກຢ່າງເຂັ້ມງວດ ໂດຍໄດ້ຕັ້ງຈຸດກວດກາຢູ່ລະຫວ່າງຊາຍແດນແຂວງຕໍ່ແຂວງ ແລະ ເມືອງຕໍ່ເມືອງ ເພື່ອກວດກາການສັນຈອນທີ່ເຂົ້າ-ອອກເມືອງ ໂດຍມີກໍາລັງປ້ອງການຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ຂັ້ນກຸ່ມ ແລະ ຂັ້ນບ້ານເຮັດໜ້າທີ່. ໃນນັ້ນ ຈະເນັ້ນໃສ່ການກວດກາການສັນຈອນຂອງຜູ້ຄົນເອກະສານການເດີນທາງຕ່າງໆ ພ້ອມທັງກັ່ນກອງຜູ້ທີ່ປະຕິບັດໜ້າທີ່ຕາມການມອບໝາຍ ແລະ ຜູ້ທີ່ມີຄວາມຈໍາເປັນແທ້, ໃນກໍລະນີບໍ່ມີເອກະສານ ແລະ ບໍ່ມີຄວາມຈໍາເປັນແມ່ນບໍ່ອະນຸບາດໃຫ້ຜ່ານເດັດຂາດ.

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກວດກາ ໜັງສືຢັ້ງຢືນການເດີນທາງ ຂອງຜູ້ຂັບຂີ່
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກວດກາ ໜັງສືຢັ້ງຢືນການເດີນທາງ ຂອງຜູ້ຂັບຂີ່

ສໍາລັບການຈັດຕັ້ງປະຕິບັດພາຍໃນເມືອງ ແມ່ນໄດ້ນໍາໃຊ້ລົດເຄື່ອນທີ່ໂຄສະນາກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງພະຍາດ covid-19 ໃຫ້ພໍ່ແມ່ປະຊາຊົນຮັບຮູ້ໄດ້ຢ່າງກວ້າງຂວາງ ພ້ອມທັງເນັ້ນໃຫ້ອໍານາດການປົກຄອງບ້ານເຜີຍແຜ່ກ່ຽວກັບ covid-19 ໃຫ້ປະຊາຊົນພາຍໃນບ້ານຮັບຮູ້ ແລະ ມີການປ້ອງກັນເວນຍາມຄັດກອງຄົນເຂົ້າອອກ-ບ້ານຢ່າງເຂັ້ມງວດ. ຜ່ານການຈັດຕັ້ງປະຕິບັດ ພາກສ່ວນກປ້ອງກັນແມ່ນເຮັດໄດ້ດີເທົ່າທີ່ຄວນ ແຕ່ຍັງມີພໍ່ແມ່ປະຊາຊົນ ແລະ ຜູ້ສັນຈອນຈໍານວນໜຶ່ງ ຍັງບໍ່ເຂົ້າໃຈດີ ຕໍ່ກັບບັນຫານີ້ ແມ່ນໄດ້ສຶກສາອົບຮົມ ແລະ ວາງມາດຕະການໃສ່ຜູ້ທີ່ຝ່າຝືນຢ່າງເຂັ້ມງວດ. ປັດຈຸບັນ, ຢູ່ໃນເມືອງທຸລະຄົມ ມີກຸ່ມສ່ຽງ 2 ກຸ່ມຄື: ກຸ່ມທີ່ກັບມາແຕ່ອອກແຮງງານຢູ່ປະເທດໄທ ແລະ ພະນັກງານພູເບ້ຍໄມນິງ ທັງສອງກຸມນີ້ ທາງເມືອງໄດ້ນໍາເຂົ້າສູນກັກກັນ ແລະ ໃຫ້ແພດໝໍຕິດຕາມອາການຢ່າງໃກ້ຊິດ.

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກວດກາ ໜັງສືຢັ້ງຢືນການເດີນທາງ ຂອງຜູ້ຂັບຂີ່
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກວດກາ ໜັງສືຢັ້ງຢືນການເດີນທາງ ຂອງຜູ້ຂັບຂີ່