ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ມອບອຸປະກອນຕ້ານ COVID-19

0
1563

ວັນທີ 14 ເມສາ 2020, ບໍລິສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດ ໄດ້ມອບອຸປະກອນການແພດເພື່ອຕ້ານພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໃຫ້ ຄະນະສະເພາະກິດ ແຂວງວຽງຈັນ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດພະຍາດ COVID-19.

ເຄື່ອງທີ່ນຳມາມອບ ມີມູນຄ່າທັງໝົດ 32.000.000 ກີບ ເຊິ່ງໄດ້ແກ່:

  • ເຄື່ອງວັດແທກອຸດຫະພູມ ຈໍານວນ 4 ເຄື່ອງ
  • ນ້ຳຢາລ້າງມື ຈໍານວນ 20 ກ່ອງ
  • ຜ້າອັດປາກ ຈໍານວນ 250 ກັບ
  • ເຄື່ອງບໍລິໂພກອີກຈຳນວນໜຶ່ງ

ທັ້ງນີ້, ໃຫ້ກຽດກ່າວມອບໂດຍ ທ່ານ ສົມບູນ ເນຕິບັນດິດ ປະທານບໍລິສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດ ພ້ອມຄະນະ ແລະ ກ່າວຮັບໂດຍ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ທັງເປັນ ປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດພະຍາດ COVID-19 ຂອງແຂວງ, ໂດຍຊ່ອງໜ້າ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍ ຄະນະສະເພາະກິດຂັ້ນແຂວງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານເຈົ້າແຂວງ ໄດ້ມອບໃບກຽດຕິຄຸນ ແລະ ສະແດງຄວາມຂອບໃຈ, ຮູ້ບຸນຄຸນຕໍ່ ບໍລິສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້.