ຮອງເຈົ້າເມືອງຫາດຊາຍຟອງ ລົງຊຸກຍູ້ວຽກງານຕ້ານໂຄວິດ 19

0
1138

ວັນທີ 21 ເມສາ 2020, ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມຶອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ຄະນະກອງບັນຊາການ ປກສ ເມືອງ  ພ້ອມດ້ວຍນັກທຸລະກິດພາຍໃນເມືອງ ໄດ້ລົງຊຸກຍູ້ຕິດຕາມການປະຕິບັດໜ້າທີ່ປ້ອງກັນການ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນເມືອງຫາດຊາຍຟອງ ພ້ອມທັງນໍາເອົາເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ເຈົ້າໜ້າທີ່ປ້ອງກັນຈຸດຕ່າງໆ ເພື່ອເປັນການຊຸກຍູ້ກໍາລັງໃຈໃນການປະຕິບັດໜ້າທີ່ໃຫ້ມີຜົນສໍາເລັດ.

ການລົງຕິດຕາມກວດກາໃນຄັ້ງນີ້ ມີທັງໝົດ 21 ຈຸດ; ໃນນີ້, ຈຸດກວດກາຕາມເສັ້ນທາງ 13 ຈຸດ ແລະ ຈຸດຂ້າມລອຍຊາຍແດນນ້ຳຂອງ 8 ຈຸດ.

ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ ລວມມີນ້ຳດື່ມ ຈຳນວນ 116 ແພັກ, ເຄຶ່ອງດຶ່ມຊ້າງສຶກ ຈຳນວນ 5 ແກັດ, ເຄຶ່ອງດຶ່ມ M150 ຈຳນວນ 10 ແກັດ, ໝີ່ໄວໆ ຈຳນວນ 6 ແກັດ ແລະ  ຜ້າອັດປາກ ຈຳນວນ 3 ຫໍ່; ລວມມູນຄ່າທັງໝົດ 8.230.000 ກີບ ເຊິ່ງອຸປະຖໍາໂດຍ ສວນອາຫານ ມັງກອນທອງ ແລະ ໂຮງງານ ນໍ້າກ້ອນ ແສງຈະເລີນ.