ປກສ ເມືອງສີສັດຕະນາກ ສືບຕໍ່ເຂັ້ມງວດກວດກາຄົນເຂົ້າ-ອອກເມືອງ

0
980

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ຕັ້ງດ່ານຈຸດກວດກາຄົນເຂົ້າ-ອອກພາຍໃນເມືອງ ຈໍານວນ 2 ຈຸດໃຫຍ່; ລະຫວ່າງເສັ້ນທາງບ້ານດອນກອຍ ແລະ ບ້ານໂພນສະຫວ່າງ (ວົງວຽນຈີ່ນາຍໂມ້ ຫາ ບ້ານບໍ່ໂອ); ຕາມຄໍາສັ່ງເລກທີ 06/ນຍ ທີ່ລັດຖະບານຂະຫຍາຍເວລາອອກໄປອີກ 14 ວັນ ຈົນເຖິງວັນທີ 3 ພຶດສະພາ 2020.

ພັຕ ບຸນຈັນ ບຸນນະສິງ ຫົວໜ້າກອງຕໍາຫຼວດຈະລາຈອນ ທີ່ປະຈໍາຈຸດກວດກາເຂດບ້ານດອນກອຍ ແລະ ພັຕ ສິນນະສອນ ຈັນທະວົງສາ ຮອງຫົວໜ້າກອງຕໍາຫຼວດຈະລາຈອນ ເມືອງສີສັດຕະນາກ ປະຈໍາກວດກວດກາເຂດບ້ານໂພນສະຫວ່າງ; ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 21 ເມສາ ວ່າ:

ສໍາລັບການລົງຈັດຕັ້ງປະຕິບັດໃນໄລຍະທີ 2  ນີ້ ເຫັນວ່າ ສະພາບການສັນຈອນຕາມທ້ອງຖະໜົນ ແມ່ນເພີ່ມຂຶ້ນກວ່າໄລຍະຜ່ານມາ ເຫັນໄດ້ຈາກ ປະຊາຊົນຈໍານວນໜຶ່ງຍັງຖືເບົາ ແລະ ເມີນເສີຍຕໍ່ການປະຕິບັດຕາມຄໍາສັ່ງ; ເຊັ່ນ: ການບໍ່ໃສ່ຜ້າອັດປາກ-ດັງ ຫຼື ການອອກຈາກບ້ານໂດຍບໍ່ມີຄວາມຈໍາເປັນ ເຊິ່ງເຈົ້າໜ້າທີ່ຂອງພວກເຮົາກໍໄດ້ສຶກສາອົບຮົມ ແລະ ກ່າວເຕືອນກັບທີ່ຕາມຈຸດກວດກາ ເພື່ອໃຫ້ຢຸດເຊົາ ແລະ ພັກຜ່ອນຢູ່ເຮືອນ.