ມອບປ້າຍປິດການສັນຈອນຊົົ່ວຄາວໃຫ້ ປກສ ເມືອງຫາດຊາຍຟອງ

0
1247

ບໍລິສັດ ສູນລວມສິນ ປ້າຍໂຄສະນາ ທຸກຊະນິດ ຂອງ ທ່ານ ພູວົງ ຈັນທະວົງ ໄດ້ມອບປ້າຍປິດການສັນຈອນຊົ່ວຄາວ (ຫ້າມຜ່ານ) ຈໍານວນ 14 ປ້າຍ ມູນຄ່າ 6.800.000 ກວ່າກີບ ໃຫ້ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 21 ເມສາ 2020; ເພື່ອໃຊ້ເຂົ້າໃນວຽກງານວິຊາສະເພາະ ໂດຍສະເພາະໃນໄລຍະປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ກ່າວຮັບໂດຍ ພັທ ວຽງທອງ ຜາງພິລາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ຊີ້ນໍາວຽກງານຕໍາຫຼວດ ພ້ອມຄະນະ; ເຊິ່ງທ່ານໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດທີ່ເຫັນໄດ້ຄວາມສໍາຄັນວຽກງານປ້ອງກັນຄວາມສະຫງົບ ພ້ອມທັງໃຫ້ການສະໜັບສະໜູນ, ປະກອບສ່ວນຕາມຄວາມຮຽກຮ້ອງຕ້ອງການຕະຫຼອດມາ.

ສໍາລັບປ້າຍຈໍານວນດັ່ງກ່າວ ແມ່ນຈະໄດ້ນໍາໄປມອບໃຫ້ບັນດາ ປກສ ກຸ່ມບ້ານ, ອໍານາດການປົກຄອງບ້ານ ທີ່ກໍາລັງປະຕິບັດໜ້າທີ່ລະຫວ່າງບ້ານຕໍ່ບ້ານ ແລະ ຂອບເຂດເມືອງຕໍ່ເມືອງ ເພື່ອກວດກາ, ຄັດກອງບຸກຄົນທີ່ເດີນທາງເຂົ້າ-ອອກ, ຮັບປະກັນ ແລະ ປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນ.