ບ້ານໃໝ່ດ່ານຊີ ເຂັ້ມງວດປະຕິບັດຄໍາສັ່ງ 06

0
760

ບ້ານໃໝ່ດ່ານຊີ ເມືອງນາຊາຍທອງ ເປັນບ້ານໜຶ່ງທີ່ປະຊາຊົນມີອາຊີບເປັນພະນັກງານ-ລັດຖະກອນ ຈໍານວນຫຼາຍ ແລະ ຜູ້ທີ່ເດີນທາງເຂົ້າ-ອອກບ້ານສ່ວນໃຫຍ່ກໍເປັນພະນັກງານ, ທະຫານ, ຕໍາຫຼວດທີ່ມີໜ້າທີ່ຮັບຜິດຊອບຕາມສິດປະຈໍາການຢູ່ໃນສໍານັກງານ-ອົງການຂອງລັດເຊິ່ງຕັ້ງຢູ່ຕັ້ງຢູ່ບ້ານດັ່ງກ່າວ; ເຮັດໃຫ້ສະພາບສັນຈອນແມ່ນຍັງໜ້າແໜ້ນ.

ຢ່າງໃດກໍຕາມ; ທ່ານ ແທັກ ໂນວັນ ນາຍບ້ານໆໃໝ່ດ່ານຊີ, ໃຫ້ສໍາພາດໃນວັນທີ 22 ເມສາ 2020 ວ່າ: ພາຍຫຼັງທີ່ໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງອໍານາດປົກຄອງບ້ານໄດ້ລົງເຮັດບົດບັນທຶກສັນຍາຂໍ້ຫ້າມອອກຈາກເຮືອນໃຫ້ກັບປະຊາຊົນທັງໝົດ 301 ຄອບຄົວ ໃຫ້ສະດວກໃນການຄຸ້ມຄອງ, ສ່ວນປະຊາຊົນ ກໍໃຫ້ຄວາມຮ່ວມມືໃນການປະຕິບັດຕາມຄໍາສັ່ງເລກທີ 06/ນຍ ເປັນຢ່າງດີ; ຖ້າຫາກມີຈຸດປະສົງຈໍາເປັນໃນການເດີນທາງ  ແມ່ນຈະເຮັດໃບອະນຸຍາດໃຫ້ອອກ ແຕ່ເມື່ອກັບເຂົ້າມາແລ້ວ ກໍຈະໄດ້ມີການວັດແທກອຸນຫະພູມຈາກແພດ-ໝໍ ຢ່າງຄັກແນ່ຈຶ່ງອະນຸຍາດໃຫ້ຜ່ານເຂົ້າ-ອອກໄດ້ ໂດຍມີການແບ່ງສິດຜູ້ປະຈໍາຈຸດກວດກາກວດກາ-ເວນຍາມຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ.

ນອກນີ້, ຍັງມີແຮງງານຕ່າງດ້າວທີ່ເດີນທາງມາຈາກປະເທດເພື່ອນບ້ານ ຈໍານວນ 9 ຄົນ ເຊິ່ງໄດ້ຕິດຕາມກັກບໍລິເວນ ຫຼື ແຍກປ່ຽວພວກກ່ຽວໄວ້ສູນປິ່ນປົວ ເພື່ອປ້ອງກັນ ແລະ ຫຼີກລ່ຽງການແຜ່ລະບາດຂອງພະຍາດ ໂດຍໃຫ້ພະນັກງານແພດ-ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງຕິດຕາມກວດກາອາການຢ່າງເປັນປົກກະຕິຈົນຄົບກໍານົດ 14 ວັນ ຈຶ່ງນໍາສົ່ງກັບຄືນສູ່ຄອບຄົວ.